ອີຣານຮຽກຮ້ອງໃຫ້ບັນດາປະເທດເຂດອ່າວເພີ່ມທະວີການຮ່ວມມື

ອີຣານຮຽກຮ້ອງໃຫ້ບັນດາປະເທດເຂດອ່າວເພີ່ມທະວີການຮ່ວມມື - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​
ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif
(ພາບ: AFP/TTXVN)


​​(vovworld) -  ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif, ວັນ​ທີ 26/07 ​ໄດ້​ຮຽກ​ຮ້ອງ​​ໃຫ້ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເຂດ​ອ່າວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ ເພື່ອ​ຕ້ານ​ບັ​ນດາ​​ໄພ​ນາບ​ຂູ່​ລວມ ກ່ຽວ​ກັບ​ລັດ​ທິກໍ່​ການ​ຮ້າຍ, ລັດ​ທິຫົວ​ຮຸ້ນ​ແຮງ ​ແລະ ​ພັກ​ຝ່າຍ, ​ແຕ່​ຢືນຢັນ​ວ່າ, ​ເຕ​ເຣຣານ ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ຂອງ​ຕົນ. ທ່ານ ​Javad Zarif ຢືນຢັນ​ວ່າ ອີຣານ ຢາກ​ສົ່ງ​ສານ​ເຖິງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ຮຽກຮ້ອງ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່. ທ່ານ Javad Zarif ​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ອີຣານ ກໍ​​ສະໜັບສະໜູນ​ບັນດາ​ປະ​ເທດ​ໃນ​ເຂດ​ອ່າວ ​ໃນ​ການ​ຕໍ່ສູ້​ຕ້ານ​ລັດທິກໍ່​ການ​ຮ້າຍ, ລັດ​ທິຫົວ​ຮຸ້ນ​ແຮງ ​ແລະ ພັກ​ຝ່າຍ.

ຂ່າວ/ບົດ​ອື່ນ