ອວຍພອນປີໃໝ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ

ອວຍພອນປີໃໝ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ໄດ້​ມອບຂອງ​ຂັວນປີ​ໃໝ່ ໃຫ້​ບັດ​ດາ​ທະຫານ​ເສຍ​ອົງ​ຄະ, ທະຫານ​ເຈັບ​ປ່ວຍ
(ພາບ: qdnd.vn)

(vovworld) - ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ຮອງ​ເລ​ຂາ​ຄະນະ​ພັກກອງທັບ​ສູນ​ກາງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ມອບຂອງ​ຂັວນປີ​ໃໝ່ 150 ພູດ ​ໃຫ້​ບັດ​ດາ​ທະຫານ​ເສຍ​ອົງ​ຄະ, ທະຫານ​ເຈັບ​ປ່ວຍ​ທີ່​ພວມ​ປິ່ນ​ປົວ​ຢູ່​ສູນປິ່ນປົວ​ບຳລຸງທະ​ຫານ​ເສຍ​ອົງຄະ ​ເມືອງ ຢູຍຕຽນ ​ແລະ ​ເມືອງ ກິມບາງ,​ ແຂວງ ຮ່າ​ນາມ ​ເມື່ອ​ວັນ​ທີ 28/1. ທີ່​ການ​ໂອ້​ລົມ​ກັບ​ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ: ປະ​ເທດ​ຊາດ​ມີ​​ສັນຕິພາບ, ​ເສດຖະກິດ - ສັງຄົມ​ ​ໄດ້​ຮັບ​ການ​ພັດທະນາ​ຄື​ປະຈຸ​ບັນ ​​ສ່ວນ​ໜຶ່ງ​​ແມ່ນ​ຍ້ອນ​ມີການ​ປະກອບ​ເຫື່ອ​ແຮງ, ​ເລ​ືອດ​ເນື້ອ​ຂອງບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ. ພັກ, ລັດ, ກອງທັບ ​ແລະ ປະຊາຊົນ ຍາມ​ໃດ​ກໍ່​ຈົດ​ຈຳ​ການ​ອຸ​ທິສ່ວນ​ຂອງ​ພວກ​ເພີ່ນ. ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຫວັງ​ວ່າ: ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ​ຍາມ​ໃດ​ກໍ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ດຳລົງ​ຊີວິດ​ຢ່າງ​ແຂງ​ແຮງ ​ແລ​ະ ມີ​ປະ​ໂຫຍ​ດ, ສືບ​ຕໍ່​ເສີມ​ຂະຫຍາຍ​ທາດ​ແທ້​ທະຫານ​ລຸງ​ໂຮ່ ​ແລະ ປະຕິບັດ​ຄຳ​ສັ່ງສອນຂອງ​ປະທານ​ໂຮ່ຈີ​ມິ​ນທີ່​ວ່າ “ທະຫານ​ເສຍ​ອົງ​ຄະ​ແຕ່​ບໍ່​ຂາດ​ຄຸນ​ປະ​ໂຫຍ​ດ”

ຂ່າວ/ບົດ​ອື່ນ