ອະດີດຊາວຫນຸ່ມຕະລຸມບອນເຊີດຊູແບບຢ່າງດີເດັ່ນປະຕິບັດຕາມຄຸນສົມບັດປະທານໂຮ່ຈິມີນ

ອະດີດຊາວຫນຸ່ມຕະລຸມບອນເຊີດຊູແບບຢ່າງດີເດັ່ນປະຕິບັດຕາມຄຸນສົມບັດປະທານໂຮ່ຈິມີນ - ảnh 1
ທ່ານ​ກູ່​ວັນ​ຟຽນ, ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ່ມ​ຕະ​ລຸມບອນ
ພາບ:baogiaothong.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 14/10 ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ່ມ​ຕະ​ລຸມບອນ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ ແລະ ສະ​ຫລຸບ 10 ປີ​ແຫ່ງ​ຂ​ະ​ບວນ​ການ​ອະ​ດ​ີດ​ຊາວ​ຫນຸ່ມ​ຕະ​ລ​ຸມບອນ ເຊີດ​ຊູ ແບບ​ຢ່າງ​ດີ​ເດັ່ນ​ປະ​ຕິ​ບັດ​ຕາມ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ. ຜ່ານ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 10 ປີ, ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ່ມ​ຕະ​ລຸມ​ບອນ ຫວຽດ​ນາມ ສຳ​ເລັດ​ຫນ້າ​ທີ່, ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ໃຫ້​ພັກ, ລັດ ແລະ ປະ​ຊ​າ​ຊົນ ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕອບ​ບຸນ​ແທນ​ຄຸນ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ວຽກ​ງານ​ສຶກ​ສາ​ມູນ​ເຊື້ອ​ປະ​ຕິ​ວັດ​ໃຫ້​ລຸ້ນ​ຫນຸ່ມ. ໃນ​ໂອ​ກາດນີ້, ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ່ມ​ຕະ​ລ​ຸມບອນ ຫວຽດ​ນາມ ຍ້ອງ​ຍໍ​ສັນ​ລະ​ເສີນ ສະ​ມາ​ຊີກ​ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ່ມ​ຕະ​ລຸມ​ບອນ 1350 ຄົນ ມ​ີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັ​ນ​ຮັກ​ຊາດ.

ຂ່າວ/ບົດ​ອື່ນ