ອະ​ນຸ​ມັດ​ການ​ວາງ​ແຜນ​ກຳ​ນົດ​ສັງ​ລວມ​ເຂດອ່າງ​​ແມ່​ນ້ຳ​ຂອງ​ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050

(VOVWORLD) -ປົກປ້ອງຊັບພະຍາກອນນ້ຳ, ປະຕິບັດເປົ້າໝາຍຫັນເປັນດີຈີຕອນແຫ່ງຊາດບົນພື້ນຖານກໍ່ສ້າງ, ເຄື່ອນໄຫວລະບົບຂໍ້ມູນຊັບພະຍາກອນນ້ຳເປັນເທື່ອລະກ້າວ, ຮັບປະກັນການເຊື່ອມຕໍ່ກັບລະບົບຂໍ້ມູນຊັບພະຍາກອນສິ່ງແວດລ້ອມ, ບັນດາຂະແໜງທີ່ຂຸດຄົ້ນ ແລະ ນຳໃຊ້ນ້ຳ.
ອະ​ນຸ​ມັດ​ການ​ວາງ​ແຜນ​ກຳ​ນົດ​ສັງ​ລວມ​ເຂດອ່າງ​​ແມ່​ນ້ຳ​ຂອງ​ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050 - ảnh 1ນະຄອນເກິ່ນເທີພັດທະນາລຽບຕາມສອງແຄມແມ່ນ້ຳ (ພາບ: TTXVN)

ວັນທີ 6 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຊັນອະນຸມັດການວາງແຜນກຳນົດສັງລວມເຂດອ່າງແມ່ນ້ຳຂອງ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ເປົ້າໝາຍການວາງແຜນກຳນົດເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳຢູ່ເຂດອ່າງແມ່ນ້ຳ, ການເກັບນ້ຳ, ປັບອາກາດ, ຈັດແບ່ງຊັບພະຍາກອນນ້ຳ ຢ່າງມີຄວາມສະເໝີພາບ, ເໝາະສົມ, ການຂຸດຄົ້ນ, ນຳໃຊ້ແຫຼ່ງນ້ຳຢ່າງປະຢັດ, ມີປະສິດທິຜົນ ຕິດພັນກັບການປົກປັກຮັກສາ, ພັດທະນາຊັບພະຍາກອນນ້ຳແບບຍືນຍົງ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການນ້ຳຂອງປະຊາຊົນ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມ. ປົກປ້ອງຊັບພະຍາກອນນ້ຳ, ປະຕິບັດເປົ້າໝາຍຫັນເປັນດີຈີຕອນແຫ່ງຊາດບົນພື້ນຖານກໍ່ສ້າງ, ເຄື່ອນໄຫວລະບົບຂໍ້ມູນຊັບພະຍາກອນນ້ຳເປັນເທື່ອລະກ້າວ, ຮັບປະກັນການເຊື່ອມຕໍ່ກັບລະບົບຂໍ້ມູນຊັບພະຍາກອນສິ່ງແວດລ້ອມ, ບັນດາຂະແໜງທີ່ຂຸດຄົ້ນ ແລະ ນຳໃຊ້ນ້ຳ.

ໜຶ່ງໃນບັນດາເນື້ອໃນທີ່ເປັນໜ້າສົນໃຈຂອງ ການວາງແຜນກຳນົດແມ່ນການຄຸ້ມຄອງ, ປັບ, ຈັດແບ່ງແຫຼ່ງນ້ຳປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳໃຫ້ແກ່ບັນດາເປົ້າໝາຍຂຸດຄົ້ນ, ນຳໃຊ້ ແລະ ບັນດາເປົ້າໝາຍພັດທະນະເສດຖະກິດສັງຄົມຢູ່ເຂດອ່າງ ແມ່ນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ