ອະນຸລັກຮັກສາແລະເສີມຂະຫຍາຍຄຸ້ນຄ່າຂອງພາບພື້ນເມືອງຫວຽດນາມ

ອະນຸລັກຮັກສາແລະເສີມຂະຫຍາຍຄຸ້ນຄ່າຂອງພາບພື້ນເມືອງຫວຽດນາມ - ảnh 1
ກອງປະຊຸມສຳມະນາກ່ຽວກັບພາບພື້ນເມືອງ ຫວຽດນາມ
(ພາບ: cand.com.vn)

(vovworld) – ຮັບ​ຮູ້​ຄຸ້ມ​ຄ່າ​ຂອງພາບ​ພື້ນ​ເມືອງ, ທິດ​ທາງ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸ້ນ​ຄ່າ​ພາບ​ພື້ນ​ເມືອງ ຫວຽດນາມ ​ແມ່ນ​ເນື້ອ​ໃນ​ຂອງ​ການ​ໂອ້​ລົມ​ສົນທະນາ “ພາບ​ພື້ນ​ເມືອງ ຫວຽດນາມ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸ້ນ​ຄ່າ” ​ໂດ​ຍຫໍພິພິທະ​ພັນ ຮ່າ​ໂນ້ຍ ສົມທົບ​ກັບ​ຫໍພິພິທະ​ພັນ​ເຄື່ອງ​ປັ້ນດິນ​ເຜົາ ຮ່າ​ໂນ້ຍ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 18/8.

        ​ໂດຍ​​ສືບ​ທອດ​ການ​ໂອ້​ລົມ​ສົນທະນາ, ​​ໃນ​ຕອນ​ບ່າຍ​ວັນ​ທີ 18/8, ຄະນະ​ຈັດ​ຕັ້ງ​ໄດ້​ໄຂ​ງານ​ວາງສະ​ແດງ “12 ປະ​ເພດ​ພາບ​ພື້ນ​ເມືອງ​ທີ່​ດີ​ເດັ່ນ​ຂອງ ຫວຽດນາມ” ຂອງ​ນັກສະສົມ ຫງວຽນ​ທິທູ​ຮ່ວາ. ງານ​ວາງສະ​ແດງ​ໄດ້​ແນະນຳ​​ເຖິງ​ປະຊາຊົນ​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ​ແຂກ​ສາກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ພາບ​ພື້ນ​ເມືອງ ຫວຽດນາມ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຊາດ.ທ່ານ​ນາງ ຫງວຽນ​ທິທູ​ຮ່ວາ, ຜູ້ອຳນວຍການ​ຫໍພິພິທະ​ພັນ​ເຄື່ອງ​ປັ້ນດິນ​ເຜົາ​ເອກະ​ຊົນ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້, ຂ​້າພະ​ເຈົ້າ​ຢາ​ກອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸ້ນ​ຄ່າ​ຂອງ​ພາບ​ພື້ນ​ເມືອງ ຫວຽດນາມ. ​ໄປ​ຄຽງ​ຄູ່​ກັບ​ການ​ອະນຸລັກ​ຮັກສາ​ແລ້ວ​​ແມ່ນຕ້ອງ​ພັດທະນາ​ກ່ວາ​ອີກ ຫາກ​ພຽງ​ແຕ່​ອະນຸລັກ​ຮັກສາ​ເທົ່າ​ນັ້ນ​ຫາກພາບ​ພື້ນ​ເມືອງ​ຂອງ​ພວກ​ເຮົາ​ຈະ​ຖືກ​ສູນ​ເສຍ​ໄປ. ພາບ​ແຜ່ນ​ໜຶ່ງ​ຖ້າ​ຫາກ​ຕົນບໍ່​ຄົ້ນຄ​້ວາ​ມີ​ແຕ່​ເຫັນ​ມັນ​ງາ​ມ​ເທົ່າ​ນັ້ນ ຫາກ​ບໍ່​ເຫັນ​ໄດ້​ຄຸ້ນ​ຄ່າ​ວັດທະນະທຳ ​ຫຼື ຄຸ້ນ​ຄ່າ​ເຫຼື້ອມ​ໄສ​ຂອງ​ພາບ​ແຕ້ມ​​ແຕ່ລະ​ແຜ່ນ.”


ຂ່າວ/ບົດ​ອື່ນ