ອາຊຽນ ປະກາດບົດລາຍງານການລົງທຶນປີ 2022

(VOVWORLD) -ບົດລາຍງານສະແດງໃຫ້ເຫັນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ອາຊຽນ ໄດ້ເພີ່ມຂຶ້ນ 42% ຂຶ້ນລະດັບ 174 ຕື້ USD ໃນປີ 2021.

        ວັນທີ 14 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ - ສະພາພາກພື້ນລົງທຶນ ອາຊຽນ ຄັ້ງທີ 25 ໄດ້ປະກາດບົດລາຍງານການລົງທຶນ ອາຊຽນ (AIR) ປີ 2022, ດ້ວຍຫົວຂໍ້ “ຟື້ນຟູພາຍຫຼັງໂລກລະບາດ ແລະ ຫັນການລົງທຶນເປັນສະດວກ”.

        ບົດລາຍງານສະແດງໃຫ້ເຫັນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ອາຊຽນ ໄດ້ເພີ່ມຂຶ້ນ 42% ຂຶ້ນລະດັບ 174 ຕື້ USD ໃນປີ 2021. ນີ້ແມ່ນລະດັບເພີ່ມຂຶ້ນສະຖິຕິກ່ອນເກີດໂລກລະບາດ ແລະ ຕ່າວປີ້ນສະພາບຫຼຸດລົງຂອງປີ 2020 ຍ້ອນໂລກລະບາດໂຄວິດ-19 ຍ້ອນໂລກລະບາດໂຄວິດ-19. ບົດລາຍງານປະຈຳປີໄດ້ເນັ້ນໜັກເຖິງການຟື້ນຟູຢ່າງແຮງ ສະແດງໃຫ້ເຫັນຄວາມສາມາດຮັບມື ແລະ ການດຶງດູດຂອງ ອາຊຽນ, ດ້ວຍຖານະເປັນຈຸດລົງທຶນໃຫຍ່ໃນໂລກ ແລະ ແມ່ນກຳລັງໜູນການເຕີບໂຕ FDI.

        ບົດລາຍງານດັ່ງກ່າວໄດ້ຮັບການສ້າງຂຶ້ນຕາມຂໍ້ຕົກລົງຮ່ວມມືດ້ານເຕັກນິກລະຫວ່າງຄະນະເລຂາ ອາຊຽນ ແລະ ກອງປະຊຸມສະຫະປະຊາຊາດກ່ຽວກັບດ້ານການຄ້າ ແລະ ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ