ອາຊຽນ ມຸ້ງໄປເຖິງຕະຫຼາດການຄ້າ ແລະ ການລົງທຶນເອກະພາບ

ອາຊຽນ ມຸ້ງໄປເຖິງຕະຫຼາດການຄ້າ ແລະ ການລົງທຶນເອກະພາບ - ảnh 1

ຫວຽດນາມ ​ເຂົ້າຮ່ວມ AEM-44

(ພາບ:vietnamplus.vn)

( vovworld ) – ກອງ​ປະຊຸມ 2 ຄັ້ງກ່ຽວ​ກັບ​​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ກຸ່ມ, ມຸ້ງ​ໄປ​ເຖິງ​ຈຸດໝາຍສ້າງ​ອາ​ຊຽນ ​ເປັນ​ຕະຫຼາດ​ການ​ຄ້າ​ເສລີ ​ແລະ ​ລົງທຶນ​​ເປັນເອກະ​ພາບ​ຫາ​ກໍ່​ດຳ​ເນີນ​ໄປ​ເມື່ອ​ຕອນ​ບ່າຍ​ວັນ​ທີ 27/8 ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງທີ 44 (AEM-44) ​ຊື່​ງພວມ​ດຳ​ເນີນ​ໄປຢູ່ນະຄອນ​ຊຽມຣຽບ ປະ​ເທດ​ກຳປູ​ເຈຍ. ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ AEM-44 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງຊື່​ງ​ຈັດ​ຂຶ້ນ​ກ່ອນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ​ຮູ​ນ​ແຊນ ​ໄດ້​ເນັ້ນໜັກ​ເຖິງ​ການ​ໃຫ້​ບຸລິມະສິດ​ອັນ​ດັບ 1 ຂອງ​ກອງ​ປະຊຸມນັ້ນ​ແມ່ນ​​ເຮັດ​ໃຫ້​ຈຸດໝາຍສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015 ປະກົດ​ຜົນ​ເປັນ​ຈິງ. ສ່ວນ​ທ່ານ ຫວູຮູ​ຍຮ່ວາງ ລັດຖະມນົຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງນີ້, ຫວຽດນາມ ​ໃຫ້​ຄຳໝັ້ນສັນຍາ​ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ປະຕິບັດ​ວິວັດ​ທະນະ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ພາກ​ພື້ນຢ່າງ​ເຂັ້ມງວດ ​ແລະ ຢືນຢັນ​ວ່າ: ບັນດາ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ທີ່​ຫວຽດນາມ​ ບັນລຸ​ໄດ້​ໃນ 17 ປີຜ່ານມາ ນັບ​ແຕ່​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ໄດ້​ພິສູດ​ໃຫ້​ເຫັນ​ລັກສະນະ​ຖືກຕ້ອງ​ຂອງ​ການ​ຊຸກຍູ້ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ພາກ​ພື້ນ:

    “​ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ, ສິ່ງ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງບັນດາ​ການ​ປ່ຽນ​ແປງ​ທີ່​ໃຫ່ຍຫຼວງ​ທີ່​ສຸດ​ໃນ​​ໂສມ​ໜ້າ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ​ວົງ​ເງິນ​ສິນຄ້າ​ສອງ​ສົ້ນລະຫວ່າງ​ຫວຽດນາມ ​ແລະ 9 ປະ​ເທດ​ສະມາຊິກ​ອາ​ຊຽນ ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມຄວນ​ໃນ 2, 3 ປີຜ່ານມາ. ການ​ລົງທຶນ​ຂອງ​ບັນດາ​ປະ​ເທດ​ຄື​ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ, ​ໄທ, ມາ​ເລ​ເຊຍ ​ເຂົ້າຫວຽດນາມ ກໍ່​ໄດ້​ເພີ່ມ​ຂຶ້ນ​ຫຼາຍ. ຜ່ານ​ການ​ເຂົ້າ​ເປັນ​ສະມາຊິກ​ອາຊຽນ, ຫວຽດນາມ ມີ​ຫຼາຍ​ບົດຮຽນ​ຕື່ມ​ອີກ​ໃນ​ການ​ເຈລະຈາ, ຍົກ​ອອກ​ບັນດາ​ແຜນການ​ກ່ຽວ​ຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສ​ຖະກິດ​ໂລກ“.

ຂ່າວ/ບົດ​ອື່ນ