ອາຊຽນ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມ

ອາຊຽນ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ອາ​ຊຽນ ​ເລ​ເລືອ​ງມິນ
(ພາບ: thephuketnews)

(​vovworld) – ​ວັນ​ທີ 23/8, ອາ​ຊຽນ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ສະມາຄົມ (8/1967 – 8/2013) ຢູ່​ສຳນັກງານ​ຄະນະ​ເລ​ຂາ ອາ​ຊຽນ ທີ່​ນະຄອນຫຼວງ Jakarta, ອິນ​ໂດ​ເນ​ເຊຍ. ກ່າ​ວຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ເລຂາທິການ​ໃຫຍ່​ ອາ​ຊຽນ ​ເລ​ເລືອ​ງມິນ ຢືນຢັນ​ເຫດການ​ນີ້​ເປັນ​ຂີດ​ໝາຍ​ບົນ​ເສັ້ນທາງ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ປະຕິບັດ​ຈຸດໝາຍ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ຄວາມ​ຍຸຕິ​ທຳ, ປະຊາທິປະ​ໄຕ, ພັດທະນາ ​ແລະ ວັດທະນາ​ຖາ​ວອນຂອງ​ສະຫະ​ສະມາຄົມ. ທ່ານ​ເລຂາທິການ​ໃຫຍ່​ ອາ​ຊຽນ ​ເລ​ເລືອ​ງມິນ ​ເນັ້ນ​ໜັກວ່າ: ອາ​ຊຽນ ຖື​ປະຊາຊົນ​ແມ່ນ​ໃຈກາງ​ໃນ​ວິວັດ​ການ​ສ້າງ ​ແລະ ພັດທະນາ​ປະຊາ​ຄົມ ອາ​ຊຽນ, ຄື​ດັ່ງ​ຫົວ​ຂໍ້​ຂອງ​ກຸ່ມ​ໃນ​ປີ​ນີ້​ແມ່ນ “ປະຊາຊົນ​ຂອງ​ພວກ​ເຮົາ, ອະນາຄົດ​ຂອງ​ພວກ​ເຮົາ” ​ໄດ້, ພວມ ​ແລະ ຈະ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ກ້ວາງ​ຂວາງຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​​ໃນ​ສັງຄົມ​ໃນ​ກຸ່ມ. ທ່ານ​ເລຂາທິການ​ໃຫຍ່​ ອາ​ຊຽນ ​ເລ​ເລືອ​ງມິນ ​ໃຫ້​ຂໍ້​ສັງ​ເກດວ່າ ຍິ່ງ​ໃກ້ຈະ​ຮອດ​ກັບ​ຈຸດໝາຍ​ສ້າງ​ຊາຍ​ຄາ​ລວມ​ໃນ​ປີ 2015, ອາຊຽນ ຍິ່ງ​ມີ​ຫຼາຍ​ການລະ​ໂອກາດ, ​ແຕ່​ຄວາມ​ຫຍຸ້ງ​ຍາກ ​ແລະ ສິ່ງ​ທ້າ​ທາຍ​ໃນ​ຕໍ່ໜ້າ​ກໍ່ໃຫຍ່​ຫຼວງ​ກ່ວາ, ຮຽກ​ຮ້ອງ​ໃຫ້​ທຸກໆ​ປະ​ເທດ​ສະມາ​ຊິກ​ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ກຸ່ມ​ກ່ວາ​ອີກ, ມານະ​ພະຍາຍາມ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ມີ​ລັກສະນະ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ໃນ​ປະຈຸ​ບັນ.​..​

    ​ໂດຍ​ຕາງໜ້າ​ໃຫ້​ບັນດາ​ປະ​ເທດ​ຄູ່​ເຈລະຈາ, ທ່ານ David Taylor, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າຄະນະ​ຜູ້ຕາງໜ້າ ນິວຊີ​ແລນ ປະຈຳ ອາ​ຊຽນ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ຄູ່​ເຈລະຈາ​ສືບ​ຕໍ່​ສະໜັບສະໜູນ ອາ​ຊຽນ, ວິວັດ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ທົ່ວ​​ໂລກ​ຂອງ ອາ​ຊຽນ, ພ້ອມ​ທັງ​ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ພົວພັນລະຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ​ໃຫ້​ເລິກ​ເຊິ່ງ ກ້ວາງ​ຂວາງ​ກ່ວາ​ອີກ. ​ໃນ​ຂອບ​ເຂດ​ລາຍການ​ສະ​ເຫຼີມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ, ຄະນະ​ເລຂາ ອາ​ຊຽນ ​ໄດ້​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຕ່າງໆ, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຖະ​ແຫຼ​ງການ​ສິດທິ​ມະນຸດ​ຂອງ ອາ​ຊຽນ (AHRD) ​ແລະ ຖະ​ແຫຼ​ງການ​ພະນົມ​ເປັນ​ກ່ຽວ​ກັບ AHRD, ກໍ່​ຄື​ສະ​ເໜີ​ປື້​ມກ່ຽວ​ກັບ AHRD ​ແລະ ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ