ອາຊຽນ ແມ່ນຈຸດສຸມໃນຍຸດທະສາດຂອງອາເມລິກາຢູ່ອາຊີ - ປາຊີຝິກ
(ພາບ: google.com.vn)
(vovworld) - ວັນທີ 17/11, ປະທານາທິບໍດີອາເມລິກາ Barack Obama ເລີ່ມຕົ້ນການຢ້ຽມຢາມ 3 ປະເທດອາຊີຄື: ໄທ, ມຽນມາ ແລະ ກຳປູເຈຍ. ຕາມທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ Thomas Donilon ແລ້ວ, ການຕົກລົງໄປຢ້ຽມຢາມອາຊີຄັ້ງນີ້ຂອງທ່ານປະທານາທິບໍດີອາເມລິກາ Barack Obama ເປັນຂີດໝາຍບາດກ້າວເລີ່ມຕົ້ນຂອງໄລຍະຕໍ່ໄປໃນນະໂຍບາຍສ້າງຄວາມດຸ່ນດ່ຽງຄືນໃໝ່ຂອງອາເມລິກາຢູ່ພາກພື້ນອາຊີ - ປາຊີຝິກ. ຕາມທ່ານ Donilon ແລ້ວ, ທີ່ກອງປະຊຸມສຸດຍອດອາຊີຕາເວັນອອກເຊິ່ງຈະຈັດຕັ້ງຢູ່ກຳປູເຈຍນັ້ນ, ປະທານາທິບໍດີອາເມລິກາ Barack Obama ຈະປຶກສາຫາລືຫຼາຍບັນຫາພາກພື້ນທີ່ມີຄວາມສົນໃຈຄື: ຄວາມສະຫງົບປອດໄພໃນການເດີນທະເລ, ການປະຕິບັດກົດໝາຍ, ການຮັບມືກັບໄພພິບັດ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານ. ກ່ຽວກັບການພິພາດອະທິປະໄຕຢູ່ທະເລຕາເວັນອອກ, ທ່ານ Donilon, ຊີ້ແຈ້ງວ່າ:
”ປະທານາທິບໍດີອາເມລິກາ Barack Obama ໄດ້ຢັ້ງຢືນຄືນໃໝ່ເຖິງບັນດາຫຼັກການທີ່ເປັນພື້ນຖານກ່ຽວກັບທະເລຕາເວັນອອກ. ນັ້ນແມ່ນຄວາມຈຳເປັນຕ້ອງແກ້ໄຂການພິພາດ ໂດຍຜ່ານບັນດາມາດຕະການສັນຕິພາບ, ບໍ່ກີດຂວາງດ້ານການຄ້າຢ່າງຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມເສລີໃນການເດີນທະເລ ແລະ ບໍ່ຂົ່ມຂູ່ ຫຼືນຳໃຊ້ກຳລັງອາວຸດ, ກໍ່ຄວາມດັນທາງດ້ານເສດຖະກິດ ເພື່ອແກ້ໄຂຄວາມພິພາດ. ພິເສດ, ອາເມລິກາສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນໃນການກໍ່ສ້າງປະມວນຂໍ້ກຳນົດການປະພຶດໃນເຂດທະເລຕາເວັນອອກ. ເອກະສານນີ້ຈະສ້າງກອບກົດໝາຍໃຫ້ແກ່ການແກ້ໄຂ ແລະ ສະກັດກັ້ນການພິພາດ ໂດຍອີງຕາມຫຼັກການເຫຼົ່ານັ້ນ”