ອາຊຽນ ໃຫ້ຄຳໝັ້ນສັນຍາບັນລຸເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) - ອາຊຽນ ສືບຕໍ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາ ຊຸກຍູ້ວິໄສທັດປະຊາຄົມ ອາຊຽນ 2025,  ໂຄງການດຳເນີນງານ 2030 ກໍ່ຄືຄວາມມານະພະຍາຍາມມຸ່ງໄປເຖິງ ວິໄສທັດປະຊາຄົມ ອາຊຽນ 2045.
ອາຊຽນ ໃຫ້ຄຳໝັ້ນສັນຍາບັນລຸເປົ້າໝາຍພັດທະນາແບບຍືນຍົງ  - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi
(ພາບ: ກະຊວງການຕ່າງປະເທດ ອິນໂດເນເຊຍ)

          ອາຊຽນ ໃຫ້ຄຳໝັ້ນໝາຍຢ່າງແຂງແຮງເພື່ອບັນລຸການພັດທະນາແບບຍືນຍົງຢູ່ພາກພື້ນ. ນີ້ແມ່ນສານເຊິ່ງທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ທີ່ຕາງໜ້າໃຫ້ບັນດາປະເທດ ອາຊຽນ ຍົກອອກມາທີ່ກອງປະຊຸມສຸດຍອດບັນດາເປົ້າໝາຍການພັດທະນາແບບຍືນຍົງ, ດຳເນີນໃນວັນທີ 19 ກັນຍາ,  ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ (ນິວຢອກ, ອາເມລິກາ).

          ທ່ານນາງລັດຖະມົນຕີການຕ່າງປະເທດ Retno ເນັ້ນໜັກວ່າ ສະພາບແວດລ້ອມທົ່ວໂລກນັບມື້ນັບປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫຼາຍຢ່າງ. ສະນັ້ນ, ອາຊຽນ ຊຸກຍູ້ການຮ່ວມມືເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະ ຮັບມືກັບສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ການກະທົບໃນອະນາຄົດ. ເພື່ອບັນລຸເປົ້າໝາຍ ພັດທະນາແບບຍືນຍົງ, ທ່ານນາງລັດຖະມົນຕີການຕ່າງປະເທດ Marsudi ໃຫ້ຮູ້ວ່າ: ອາຊຽນ ສືບຕໍ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາຊຸກຍູ້ວິໄສທັດປະຊາຄົມ ອາຊຽນ 2025,  ໂຄງການດຳເນີນງານ 2030 ກໍ່ຄືຄວາມມານະພະຍາຍາມມຸ່ງໄປເຖິງ ວິໄສທັດປະຊາຄົມ ອາຊຽນ 2045. ນອກນັ້ນ, ອາຊຽນ ຍັງຈະປະຕິບັດບັນດາ ຄຳໝັ້ນສັນຍາເພື່ອຊຸກຍູ້ການພັດທະນາແບບຍືນຍົງ.

          ອາຊຽນ ກໍ່ຢືນຢັນຄືນໃໝ່ການສະໜັບສະໜູນເລື່ອງເພີ່ມທະວີລັດທິຫຼາຍຝ່າຍ, ໂດຍອີງໃສ່ແກ່ນສານແມ່ນສະຫະປະຊາຊາດ, ພ້ອມກັນນັ້ນ, ສະໜັບສະໜູນການປະຕິບັດຕາມຫຼັກການຂອງກົດບັດສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ