ອາຊຽນຄວນຮັດແຄບຊ່ອງຫວ່າງເພື່ອຍົກສູງກຳລັງແກ່ງແຍ້ງ
ອາຊຽນຄວນຮັດແຄບຊ່ອງຫວ່າງເພື່ອຍົກສູງກຳລັງແກ່ງແຍ້ງ
(ພາບ: vietnamplus.vn)
(vovworld) - ເຖິງວ່າໄດ້ຮັບການຄາດຄະເນວ່າ ຈະແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030 ກໍ່ຕາມ, ແຕ່ບັນດາປະເທດອາຊຽນ ຍັງຕ້ອງຮັດແຄບຊ່ອງຫວ່າງເພື່ອຍົກສູງກຳລັງແກ່ງແຍ້ງໃນທົ່ວໂລກຢ່າງໄວ. ຕາມໝາກຜົນການສຳຫຼວດກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງຂອງ 10 ປະເທດໃນພາກພື້ນ ໂດຍສະຖາບັນກຳລັງແກ່ງແຍ້ງທະວີບອາຊີ ສັງກັດໂຮງຮຽນນະໂຍບາຍລັດ ລິ໋ກວາງຢູ, ປະເທດສິງກະໂປ ຫາກໍ່ປະກາດ: ໃນຈຳນວນ 10 ປະເທດອາຊຽນ, ສິງກະໂປ ພວມຢືນຢູ່ແຖວໜ້າກ່ຽວກັບກຳລັງແກ່ງແຍ້ງ, ຖັດຈາກນັ້ນແມ່ນ ມາເລເຊຍ, ໄທ, ບຣຸໄນ, ອິນໂດເນເຊຍ, ຟີລິບປິນ. ຫວຽດນາມ ພວມຢືນອັບດັບທີ 7 ໃນຕາຕະລາງຈັດອັນດັບ. ທ່ານປະລິຍາເອກ ຫງວຽນດິ່ງກຸງ, ຫົວໜ້າສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ ຖືວ່າ, ເພື່ອຍົກສູງກຳລັງແກ່ງແຍ້ງສິ່ງທີ່ຮີບດ່ວນນັ້ນແມ່ນຕ້ອງຮັດແຄບຊ່ອງຫວ່າງໃນການພັດທະນາລະຫວ່າງບັນດາປະເທດອາຊຽນຢ່າງໄວ ແລະ ບັນດາປະເທດດ້ອຍພັດທະນາກວ່າຄືຫວຽດນາມ ຕ້ອງມີການປະຕິຮູບຢ່າງແຮງກວ່າ ເພື່ອຊຸກຍູ້ການເຕີບໂຕແຮງກວ່າ, ຍົກສູງກຳລັງແກ່ງແຍ້ງໃຫ້ຫຼາຍກວ່າ. ທ່ານສາດສະດາຈານ Tan Khee Giap, ສັງກັດສະຖາບັນກຳລັງຄວາມສາມາດແກ່ງແຍ້ງທະວີບອາຊີ ຖືວ່າ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງແຮງກວ່າ ໃນຮອບເວລາ 2 – 3 ປີຈະມາເຖິງ. ຕາມທ່ານແລ້ວ, ເຖິງວ່ານອນໃນກຸ່ມ 4 ປະເທດດ້ອຍພັດທະນາຂອງອາຊຽນ ກໍ່ຕາມ, ແຕ່ຫວຽດນາມ ມີທ່າແຮງກວ່າລາວ, ກຳປູເຈຍ ແລະ ມຽນມາ, ຍ້ອນເງິນລົງທຶນໂດຍກົງຈາກຕ່າງປະເທດມີຫຼາຍຮູບຫຼາຍແບບ.