ອາຊຽນຈະປຶກສາຫລືກ່ຽວກັບບັນຫາທະເລຕາເວັນອອກ

ອາຊຽນຈະປຶກສາຫລືກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
(ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ
​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຮ່ວາຍ​ຈູງ)


​​(vovworld) - ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ບັນດາ​ປະ​ເທ​ດອາ​ຊຽນ ຄັ້ງ​ທີ 48, ​ເຊິ່ງຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 03/08, ຢູ່ນະຄອນຫຼວງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ຫົວໜ້າ​ຄະນະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫວຽດນາມ ​ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ: ມີ​ຫຼາຍ​ບັນຫາທີ່​ກ່ຽວ​ຂ້ອງ​ເຖິງ​ວິວັດ​ການ​ພັດທະນາ​ຂອງ​ອາ​ຊຽນ ດ​້ວຍວິ​ໄສ​ທັດພາຍຫຼັງ​ສ້າງ​​ເປັນປະຊາຄົນ​ລວມ​ໃນ​ທ້າຍ​ປີ 2015 ນີ້, ບົດບາດ​ຂອງ​ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນພວມ​ໄດ້​ຮັບ​ການ​ກຳ​ນົດ ກໍ​ຄື​ການ​ພົວພັນ​ຂອງອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ໄດ້ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ. ຕາມ​ທ່ານ ເລ​ຮ່ວາຍ​ຈູງ ​ແລ້ວ, ​​ວັນ​ທີ 04/08 ​ແລະ ຊຸມ​ມື້​ຕໍ່​ໄປ ຈະ​ດຳ​ເນີນ​ບັນດາ​ກອງ​ປະຊຸມ​ລະຫວ່າງລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດບັນດາ​ປະ​ເທດ​ອາ​ຊຽນ, ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ ກັບ​ລັດຖະມົນຕີ​ບັນດາ​ປະ​ເທດຄູ່​ຮ່ວມ​ມື​ເພື່ອ​ປຶກສາ​ຫາ​ລື​ກ່ຽວ​ກັບ​ບັນຫາ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ແລະ ການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ກັບ​ປະຊາ​ຄົມ​ອາ​ຊຽນ​ ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ບັດຫາ​ເສີມ​ຂະຫຍາຍບົດບາດ​ຂອງ​ອາ​ຊຽນ ​ໃນ​ພາກ​ພື້ນ ​ແລະ ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ກ່ຽວຂ້ອງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຄື: ການລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ການທ່ອງທ່ຽວ, ວັດທະນະທຳ ກໍ​ຄື​ການ​ລົງທຶນ, ​ເສດຖະກິດ ​ແລະ ການ​ຄ້າ. ກ່ຽວ​ກັບ​ບັນ​ຫາ​ຄວາມ​ສະຫງົບ​ຂອງ​ອາ​ຊຽນ, ພິ​ເສດ​ແມ່ນ​ບັນຫາ​ທະ​ເລຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ຢືນຢັນ​ວ່າ.

        “ຂ້າພະ​ເຈົ້າ​ຄິດ​ວ່າ, ບັນດາ​ປະ​ເທດ​ລ້ວນ​ແຕ່ຮັບ​ຮູ້​ໄດ້​ວ່າ​ຄວາມ​ສັນຕິພາບ, ຄວາມ​ປອດ​ໄພ​ແມ່ນ​ເງື່ອນ​​ໄຂ​ຕັດສິນ​ຊີ້​ຂາດ ​ໃຫ້​ແກ່ການ​ພັດທະນາ ​ແລະ ​ຄວາມ​ມານ​ະພະຍາຍາມ​ໃນ​ບັນດາຂົງ​ເຂດ​ອື່ນ ກໍ​ຄື​ໃນ​ບັນຫາ​ຮ່ວມ​ມື ​ແລະ ​ແນ່ນອນ​ວ່າ ​ບັນ​ຫາ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ສົນ​ໃຈ​ຂອງບັນດາ​ປະ​ເທດ​ອາ​ຊຽນ ກໍ່​ຄື​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ​ແລະ ຢູ່​ພາກ​ພື້ນ​ອື່ນໆ​.”

ຂ່າວ/ບົດ​ອື່ນ