ອາຊຽນຕີລາຄາສູງຄວາມມານະພະຍາຍາມເຊື່ອມໂຍງດ້ານເສດຖະກິດຂອງຫວຽດນາມ

ອາຊຽນຕີລາຄາສູງຄວາມມານະພະຍາຍາມເຊື່ອມໂຍງດ້ານເສດຖະກິດຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ, ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​​ເສດຖະກິດ​ອາ​ຊຽນຄັ້ງ​ທີ 21 (AEM Retreat 21) ຫາ​ກໍ່​ສິ້ນ​ສຸດ​ລົງ​ຢູ່​ນະຄອນ Kota Bahru, ລັດ Kelanta, ປະ​ເທດ​ມາ​ເລ​ເຊຍ. ​ເມື່ອ​ຕອບ​ສຳພາດ​ຕໍ່ສື່​ມວນ​ຊົນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູ້ຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​​ໄດ້​ຕີ​ລາຄາ​ຄືນ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ AEC, ສືບ​ຕໍ່​ປຶກສາ​ຫາ​ລື​ບັນດາ​ມາດຕະການ​ສະດວກ​ໃຫ້ການ​ຄ້າ​ປອດ​ພາສີ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ, ພ້ອມ​ທັງ​ສະ​ແດງ​ຄວາ​ມຕັດສິນ​ໃຈ​ສຳ​ເລັດ​ການ​ເຈລະຈາ​ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ໃນ​ທ້າຍ​ປີ 2015, ຜ່ານ​ນັ້ນ, ຊຸກຍູ​້ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຄື: ຍີ່ປຸ່ນ, ສ.​ເກົາຫຼີ, ຈີນ, ນິວຊີ​ແລນ, ອົດສຕາ​ລີ ​ແລະ ອິນ​ເດຍ.

        ກ່ຽວຂ້ອງ​ເຖິງ​ເລື່ອງ​ຫວຽດນາມ ປະຕິບັດ​ຄຳ​ໝັ້ນສັນຍາ​ສ້າງ AEC, ທ່ານ​ລັດຖະມົນຕີ​ ຫວູ້ຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ນຳ​ໜ້າ​ໃນ​ການ​ປະຕິບັດ​ຄຳ​ໝັ້ນສັນຍາ, ບັນລຸ​ລະດັບ​ກວ່າ 90%. ນອກຈາກ​ນັ້ນ, ຫວຽ​ດນາມ​ ຍັງ​ນຳ​ໜ້າ​ໃນການ​ຫຼຸ​ດພາສີ​ລົງ 0% ​ແລະ ​ແຕ່​ນີ້​ຮອດ​ປີ 2018 ຫວຽດນາມ ສືບ​ຕໍ່ຫຼຸດ 7% ​​ປະ​ເພດພາສີໃຫ້​ລົງ 0%. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ​ລັດຖະມົນຕີ ຫວູ້ຮຸຍ​ຮ່ວາງ ກໍ່​ໃຫ້​ຮູ້​ວ່າ, ​ເມື່ອ AEC ​ໄດ້ຮັບ​ການ​ສ້າງ​ຕັ້ງ ຈະ​ສ້າງ​ຄວາມສິ່ງ​ສະດວກ ​ແລະ ກາລະ​ໂອກາດ​ໃຫ້​ຫວຽດນາມ ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ກໍ່​ຄື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ທ່ານ​ລັດຖະມົນຕີ ຫວູ້ຮຸຍ​ຮ່ວາງ ຢືນຢັນ​ວ່າ, ຫວຽດນາມ ຈະ​ຂຸດ​ຄົ້ນ​ກາລະ​ໂອກາດ, ຫັນ​ສິ່ງ​ທ້າ​ທາຍ​ເປັນ​ກາລະ​ໂອກາດ​ໃໝ່ ​ເມື່ອ​ສັນຍາ RCEP ມີ​ຜົນ​ສັກ​ສິດ.

ຂ່າວ/ບົດ​ອື່ນ