ອາຊຽນສະໜັບສະໜູນມາດຕະການສັນຕິພາບໃຫ້ວິກິດການຢູ່ໄທ

ອາຊຽນສະໜັບສະໜູນມາດຕະການສັນຕິພາບໃຫ້ວິກິດການຢູ່ໄທ - ảnh 1
ກຳລັງຝ່າຍເສື້ອແດງ ສະໜັບສະໜູນລັດຖະບານແຫ່ຂະບວນປະທ້ວງຢູ່ ບັງກອກ
(ພາບ: AFP/TTXVN)

(vovworld) –​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 24 ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 11/5, ຢູ່​ນະຄອນ Nay Pyi Taw ຂອງ ມຽນມາ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ໃຫ້​ຮູ້​ວ່າ: ບັນດາ​ປະ​ເທດ​ສະມາຊິກ ພວມ​ຕິດຕາມ​ກວດກາ​ບັນດາ​ການ​ຜັນ​ແປ​ຢູ່ ​ໄທ ​ແລະ ສະໜັບ​ສະ​ໜູນ​ມາ​ດຕະການ​ສັນຕິພາບ​ໃຫ້​ແກ່​ມາດ​ຕະການ​ສັນຕິພາບ​​ໃຫ້ວິ​ກິດ​ການ​ໃນ​ປະຈຸ​ບັນຜ່ານ​ການ​ໂອ້​ລົ​ມສົນທະນາ, ປະຕິບັດ​ກົດໝາຍ ​ແລະ ປະຕິບັດ​ບັນດາ​ຫຼັກການ​ປະຊາທິປະ​ໄຕ. ​ໃນ​ຖະ​ແຫຼ​ງການ​ໄດ້​ຍົກ​ອອກ​ມາ​ກ່ອນ​ທີ່​ອັດ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - 24, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄດ້​ຢືນຢັນຄືນ​ໃໝ່​ຖະ​ແຫຼ​ງການ​ຂອງ​ການ​ນຳ ອາ​ຊຽນ ກ່ຽວ​ກັບ​ສະພາບ​ການ​ຢູ່ ​ໄທ ທີ່ຍົກ​ອອກ​ມາ​ທີ່ ​ໂຕ​ກຽວ, ປະ​ເທດ ຍີ່ປຸ່ນ ​ໃນ​ວັນ​ທີ 14/12/2013. ຖະ​ແຫຼ​ງການ​ເນັ້ນໜັກ​​ເຖິງຄວາມ​ສຳຄັນ​ຂອງ​ວິວັດທະນາ​ການ​ປະຊາທິປະ​ໄຕ​ໃນ​ການ​ຟື້ນ​ຟູ​ກົດໝາຍ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຊຸກຍູ້​ການ​ປອງ​ດອງ​ຊາດ, ນຳ​ຊີວິດ​ການ​ເປັນ​ຢູ່​ຂອງ​ໄທ​ ​ກັບ​ຄືນ​ສູ່​ສະພາບເປັນ​ປົກກະຕິ. ຖະ​ແຫຼ​ງການ​ຊີ້​ແຈ້ງ​ບັນດາ​ປະ​ເທດ ອາ​ຊຽນ ​ເຊື່ອ​ໝັ້ນ​ວ່າ​​ ​ໄທ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​ໂດຍ​ໄວ ​ແລະ ກຽມພ້ອມ​ມີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ເໝາະ​ສົມ​ໂດຍ​ອີງ​ໃສ່​ບັນດາ​ຫຼັກການ​ຂໍ້​ກຳນົດ​​ໃນ​ກົດ​ບັດ​ຂອງ​ກຸ່ມ.


ຂ່າວ/ບົດ​ອື່ນ