ອາຊຽນ-ອີຢູຍົກລະດັບການພົບພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

(VOVWORLD) -ອາຊຽນ ແລະ ອີຢູ ໄດ້ຖະແຫຼງຢ່າງເປັນທາງການວ່າ ໄດ້ຍົກລະດັບການພົວພັນຄູ່ຮ່ວມເຈລະຈາອາຊຽນ-ອີຢູ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

ອາຊຽນ-ອີຢູຍົກລະດັບການພົບພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງອອນລາຍ

(ພາບ: ASEAN)

ວັນທີ 01 ທັນວາ, ອາຊຽນ ແລະ ສະຫະພາບເອີລົບ (ອີຢູ) ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອີຢູ ຄັ້ງທີ 23 ທາງອອນລາຍ. ໃນຂອບເຂດກອງປະຊຸມ, ອາຊຽນ ແລະ ອີຢູ ໄດ້ຖະແຫຼງຢ່າງເປັນທາງການວ່າ ໄດ້ຍົກລະດັບການພົວພັນຄູ່ຮ່ວມເຈລະຈາອາຊຽນ-ອີຢູ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ທີ່ກອງປະຊຸມຄັ້ງນີ້, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ໄດ້ປຶກສາຫລືກ່ຽວກັບບັນດາວິທີການດຳເນີນການຮ່ວມມືປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ສ້າງເງື່ອນໄຂໃຫ້ແກ່ວິວັດການຟື້ນຟູຢ່າງແຂງແຮງ, ຍົກສູງຄວາມສາມາດຮັບມື ແລະ ຮັບປະກັນລັກສະນະຍືນຍົງຍາວນານຂອງທັງ 2 ພາກພື້ນ.

        ອາຊຽນ ແລະ ອີຢູ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເຄົາລົບກົດໝາຍ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບບັນດາຫຼັກການເຊິ່ງກົດໝາຍສາກົນທີ່ໄດ້ຮັບຮູ້ຢ່າງກວ້າງຂວາງ, ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ