ອາຊຽນ-ອີຢູປຶກສາຫາລືມາດຕະການຊຸກຍູ້ການເຊື່ອມຕໍ່ພາກພື້ນ

ອາຊຽນ-ອີຢູປຶກສາຫາລືມາດຕະການຊຸກຍູ້ການເຊື່ອມຕໍ່ພາກພື້ນ - ảnh 1
ການໂອ້ລົມສົນທະນາຖືກຈັດຂຶ້ນຢູ່ ບຣຸກແຊນ
(ພາບ: Hương Giang/TTXVN)


(​vovworld) – ​ຕອນ​ຄຳ່​ວັນ​ທີ 24/2, ຢູ່​ສະຖານ​ທູດ ຫວຽດນາມ ປະຈຳ​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ​ລະຫວ່າງ ສະຫະ​ສະມາຄົມ​ບັນດາ​ປະ​ເທດ ​ອາຊີຕາ​ເວັນ​ອອກສຽງ​​ໃຕ້ ( ອາ​ຊຽນ) ​ແລະ ສະຫະພາບ ​ເອີ​ລົບ ( ອີ​ຢູ), ພ້ອມ​ທັງ​ກະກຽມ ​ໃຫ້​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ອີ​ຢູ ທີ່ຈະ​ມາ​ເຖິງ. ການ​​ໂອ້​ລົ​ມສົນທະນາ ​ໄດ້​ຮັບ​ການຈັດ​ຕັ້ງ​ຕາມ​ຂໍ​ລິ​ເລີ່​ມຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳສະຫະພາບ ​ເອີ​ລົບ ຢູ່ແບນ​ຊິກ ຟ້າ​ມ​ແຊງ​ເຈົາ, ດ້ວຍ​ຖາ​ນະ ຫວຽດນາມ ​ເປັນ​ປະ​ເທດ​ປະສານ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອີ​ຢູ. ນະ​ທີ່​ນີ້, ​ເອກ​ອັກຄະ​ລັດຖະທູດບັນດາ​ປະ​ເທດ ອາຊຽນ ປະຈຳ ບຣຸກ​ແຊນ ​ແລະ ບັນດາ​ຜູ້ຕາງໜ້າ ອີ​ຢູ ​ໄດ້ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ ຫວຽດນາມ ທີ່​ຈັດຕັ້ງ​ການ​ໂອ້​ລົມ​ສົນທະນາ​ນີ້ ຍ້ອນ​ວ່າ​ນີ້​ແມ່ນ​ຄັ້ງ​ທຳ​ອິດ, ທີ່ບັນດາ​ເອກ​ອັກຄະ​ລັດຖະທູດ ອາ​ຊຽນ ປະຈຳ ອີ​ຢູ ພ້ອມ​ກັນ​ປຶກສາ​ຫາລື​ມາ​ດຕະການ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ. ບັນດາ​ຜູ້​ແທນ​ໄດ້​​ເປັນ​ເອກະສັນ​ຄວນ​ດຳ​ເນີນ​ບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ພາກ​ພື້ນ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ: ກາ​ນພົວພັນ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ອີ​ຢູ ພວມ​ມີ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ. ດ້ວຍ​ຖານະ​ແມ່ນ​ປະ​ເທ​ດປະສານ​​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອີ​ຢູ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມ​ແຊງ​ເຈົາ ​ເນັ້ນ​ໜັກ​ວ່າ: ບັນດາ​ປະ​ເທດ ອາ​ຊຽນ ຄວນ​ມານະພະ​ຍາ​ຍາມ​ເພື່ອ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ພາກ​ພື້ນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ສັງຄົມ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ການ​ລົງທຶນ​ລະຫວ່າງ 2 ພາກ​ພື້ນ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​​ເຂດ​ການ​ຄ້າ​ເສລີ (FTA).

ຂ່າວ/ບົດ​ອື່ນ