ອາຊຽນອອກຖະແຫຼງ ການຮ່ວມດ້ານຄົມມະ ນາຄົມຂົນສົ່ງ


ອາຊຽນອອກຖະແຫຼງ ການຮ່ວມດ້ານຄົມມະ ນາຄົມຂົນສົ່ງ - ảnh 1

ບັນດາ​ຜູ້​ແ​ແທນເຂົ້າຮ່ວມ​ກອງ​ປະຊຸມ

(ພາບ: giaothongvantai.com.vn)

 (vovworld)- ​ ວັນ​ທີ 19/12, ຢູ່​ປາກ​ເຊ-​ແຂວງ​ຈຳປາ​ສັກ-​ທາງ​ພາກ​ໃຕ້​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ຄົມມະນາຄົມ​ຂົນ​ສົ່ງ​ບັນດາ​ປະ​ເທດ​ອາ​ຊຽນ (ATM) ຄັ້ງທີ 19. ຄະນະ​ຜູ້​ແທນ​ກະຊວງຄົມມະນາຄົມ​ຂົນ​ສົ່ງຫວຽດນາມ ໂດຍ​ທ່ານລັດຖະມົນຕີ​ ດິງລາ​ທັງ ນຳ​ໜ້າ​ເຂົ້າຮ່ວມ​ກອງ​ປະຊຸມ.

  ກອງ​ປະຊຸມ​ໄດ້​ໃຫ້ຄຳໝັ້ນສັນຍາ​ສ້າງ​ລະບົບ​ຄົມມະນາຄົມ​ທີ່​ມີ​ປະສິດທິ​ຜົນ, ປອດ​ໄພ ​ແລະ ​ເຊື່ອມ​ຕໍ່​ເພື່ອ​ແນ​ໃສ່​ຍູ້​ແຮງ​ລັກສະນະ​ແກ່ງ​ແຍ້​ງຂອງ​ອາ​ຊຽນ ດ້ວຍ​ຈຸດປະສົງ​ເຊື່ອມ​ຕໍ່​ເສດຖະກິດ​ໃນ​ພາກ​ພື້ນ, ມຸ້ງ​ໄປ​ເຖິງ​ວິ​ໄສ​ທັດ​ຫຼັງ​ປີ 2015 ​ແລະ ການ​ຮ່ວມ​ມື​ເຊື່ອມ​ຕໍ່​ອາ​ຊຽນ ​ໃນ​ອະນາຄົດ. ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ຮັບຮອງ​ເອົາ​ແຜນການ​ຮ່ວມ​ມື​ເສດຖະກິດ​ຄົມມະນາຄົມ​ທາງ​ອາກາດ​ປີ 2014-2015 ​ແລະ ​ແຜນການ​ຮ່ວມ​ມື​ເຕັກນິກ ຄົມມະນາຄົມ​ທາງ​ອາກາດ​ປີ 2014-2015; ​ເຫັນ​ດີ​ເປັນ​ເອກະສັນ​ຍູ້​ແຮງ​ກ່ວາ​ອີກ ​ເລື່ອງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດ​ວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ຜູ້ໂດຍສານ ​ແລະ ສິນຄ້າ​ຜ່ານ​ເຂດ​ຊາຍ​ແດນ./.

ຂ່າວ/ບົດ​ອື່ນ