ອາຊຽນເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ,ຍູ້ແຮງວຽກງານຮ່ວມມືກັບບັນດາຄູ່ຮ່ວມມື

ອາຊຽນເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ,ຍູ້ແຮງວຽກງານຮ່ວມມືກັບບັນດາຄູ່ຮ່ວມມື - ảnh 1
ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: vietnamplus.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 27/02, ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອ​ີ​ຕາ​ລີ, ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ຢູ່ ໂຣມ (ACR) ໄດ້​ຈ​ັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ ດ້ວຍ​ເນື້ອ​ໃນ “ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ພາຍ​ໃນ​ກຸ່ມ, ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື”. ທ່ານ​ປະ​ທານ ACR - ເອກ​ອັກ​ຄະ​ລັດ​ຖ​ະ​ທ​ູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ປະ​ຈຳ​ອີ​ຕາ​ລີ ກາວ​ຈິ໋ງ​ທ້ຽນ ໄດ້​ເປັນ​ປະ​ທານກອງ​ປ​ະ​ຊຸມ. ກອງ​ປ​ະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ໂຄງ​ການ, ແຜນ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ໃນ​ໄລ​ຍະ​​ທີ່ຫວຽດ​ນາມ ເປັນ​ປະ​ທາ​ນ ACR, ກໍ​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນໆ ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ແຂ່ງ​ຂັນ​ກິ​ລາ, ​ແລກ​ປ່ຽນວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ສະ​ຖານ​ທ​ູດ​ອາ​ຊຽນ ປະ​ຈຳ​ອ​ີ​ຕາ​ລີ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ອີ​ຕາ​ລີ…

        ເຂົ້າ​ຮ່ວມກອງ​ປ​ະ​ຊຸມນີ້, ທ່ານ Pier Ferdinando Casini, ປະ​ທານ​ກຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ​ສະ​ພາ​ສູງ​ອີ​ຕາ​ລີ ຢືນ​ຢັນ​ວ່າ, ອີ​ຕາ​ລີ ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ອາ​ຊຽນ ກວ່າ​ອີກ, ສະ​ໜັບ​ສະ​ໜູນ​ອາ​ຊຽນ ສ້າງ​ປະ​ຊ​າ​ຄົມ​​ອາ​ຊຽນສຳ​ເລັດ​ຜົນ, ກໍ​ຄື​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ