ທ່ານຮອງນາຍົກລັດຖະມົນຕີກຳປູເຈຍ Sar Khengທີ່ກອງປະຊຸມ
(vovworld) - ຕອນເຊົ້າວັນທີ 8/9, ຢູ່ນະຄອນຫຼວງພະນົມເປັນ, ກຳປູເຈຍ, ບັນດາເຈົ້າໜ້າທີ່ຂັ້ນສູງ ຮັບຜິດຊອບບັນຫາຊາວຕ່າງປະເທດເຂົ້າຕັ້ງຖີ່ນຖານຂອງບັນດາປະເທດສະມາຊິກອາຊຽນ ເລີ່ມດຳເນີນປະຊຸມ ເພື່ອປຶກສາຫາລືວິທີແບ່ງປັນຂໍ້ມູນ ແລະ ການຮ່ວມມືກ່ຽວກັບບັນຫາຊາວຕ່າງປະເທດ ເຂົ້າຕັ້ງຖີ່ນຖານໃນພາກພື້ນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເລແທງຢຸງ, ຫົວໜ້າກົມຄຸ້ມຄອງເຂົ້າອອກເມືອງ, ກະຊວງຕຳຫຼວດຫວຽດນາມ ນຳໜ້າ. ກ່າວຄວາມເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພາຍໃນກຳປູເຈຍ Sar Kheng, ຖືວ່າ, ການເພີ່ມທະວີການແບ່ງປັນຂໍ້ມູນແມ່ນເຄື່ອງມືທີ່ມີປະສິດທິຜົນ ຊ່ວຍບັນດາປະເທດໃນພາກພື້ນຮັບມືກັບບັນຫາຊາວຕ່າງປະເທດເຂົ້າຕັ້ງຖີ່ນຖານຢ່າງຜິດກົດໝາຍ.
“ປີ 2015 ແມ່ນປີທີ່ມີຄວາມສະກວດຫຼາຍຢ່າງໃຫ້ແກ່ການພັດທະນາເສດຖະກິດຂອງບັນດາປະເທດສະມາຊິກອາຊຽນ. ພ້ອມກັນນັ້ນ, ສະພາບການອົບພະຍົບຢ່າງຜິດກົດໝາຍໃນພາກພື້ນກໍ່ເພີ່ມຂຶ້ນຢ່າງແຮງ, ອັນໄດ້ເປັນການທ້າທາຍຫຼາຍຢ່າງໃຫ້ບັນດາປະເທດສະມາຊິກໃນກຸ່ມ. ຈາກຄວາມຈິງດັ່ງກ່າວ, ຂ້າພະເຈົ້າຮຽກຮ້ອງບັນດາປະເທດສະມາຊິກອາຊຽນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອມີມາດຕະການແກ້ໄຂຢ່າງທັນການ, ຮັບມືກັບອາດສະຍາກຳທີ່ອາດຈະເກີດຂຶ້ນໃນບໍລິເວນໂດຍໄວ “.