ອາຊຽນເພີ່ມທະວີຄວາມສາມາດຮັບມືຕໍ່ໄພທຳມະຊາດ

ອາຊຽນເພີ່ມທະວີຄວາມສາມາດຮັບມືຕໍ່ໄພທຳມະຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ກ່າ​ວຄຳ​ປາໄສໄຂ
ກອງ​ປະຊຸມ​
ພາບ:baomoi.com

 
(vovworld)-  ຕອນ​ເຊົ້າ​ວັນ​ທີ 30/5 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າ​ວຄຳ​ເຫັນ​ໄຂ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ບັນດາ​ຝ່າຍ​ກ່ຽວຂ້ອງ​ປະຕິບັດ​ສັນຍາ​ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ ​ແລະ ຮັບ​ມື​ຢ່າງ​ຮີບ​ດ່ວນ​ຄັ້ງ​ທີ 2 (COP2). ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ​: ​ໃນ 10 ປີ​ມໍ່ໆ​ມາ​ນີ້, ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ​ຍ້ອນ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ​ຢູ່​ຫວຽດນາມ​ແມ່ນ​ຂຶ້ນ​ເຖິງ​ປະມານ 300 ຄົນ/ປີ. ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຍ້ອນ​​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ກວມ​ເຖິງ 1,5% GDP. ຫວຽດນາມ ​ໄດ້​ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່​ຽວກັບ​ການ​ປ້ອງ​ກັນ, ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ​ຮອດ​ປີ 2020, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ ພ້ອມ​ທັງ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ສຳຄັນ​ຫລາຍ​ສະບັບ. ທ່ານ​ນາຍົກລັດຖະມົນຕີ ກໍ​ຢືນຢັນ​ວ່າ: ຫວຽດນາມ ​ໄດ້, ພວມ ​ແລະ ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ເຂົ້າ​​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ, ປະຕິບັດ​ກອບ​ແຫ່ງ​ການ​ເຄື່ອນ​ໄຫວ Hyogo ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມ​ສ່ຽງ​ໂດຍ​​ໄພພິບັດ​ກໍ່​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ຢູ່​ລະດັບ​ພາກ​ພື້ນ, ການ​ຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ ຍາມ​ໃດ​ກໍ​ເປັນ​ການ​ບຸລິມະສິດ​ສູງ​ຂອງ​ອາ​ຊຽນກໍ​ຄື​ໃນ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື. ​ເລ່ືອງ​ຮັບ​ຮອງ​ເອົາ​ສັນຍາ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ ​ແລະ ຮັບ​ມື​ຢ່າງ​ຮີດ​ດ່ວນ ​ໄດ້​ສ້າງ​ກອບ​ກົດໝາຍ​ສຳຄັນ​ໃຫ້​ແກ່​ບັນດາ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ​ໃນ​ພາກ​ພື້ນ. ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ອາ​ຊຽນ ​ບັນລຸ​ໄດ້​ບັນດາ​ຄວາມ​ຄືບ​ຫນ້າ​ໃນ​ການ​ຜັນ​ຂະຫຍາຍ​ໄລຍະ​ຫນຶ່ງ​ຂອງ​ໂຄງການ (2010 - 2012). ”

ຮ່າງ​ຖະ​ແຫລ​ງການ ອາ​ຊຽນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ​ຈະ​ຖືກ​ຍື່ນ​ສະ​ເຫ​ນີຕໍ່ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໃນ​ປີ​ນີ້ ​ແມ່ນ​ຫນ່ຶງ​ໃນ​ບັນດາ​ໝາກຜົນ​ທີ່ບັນ​ລຸ​ໄດ້​ໃນກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ບັນດາ​ຝ່າຍ​ກ່ຽວຂ້ອງ​ປະຕິບັດ​ສັນຍາ​ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ ​ແລະ ຮັບ​ມື​ຢ່າງ​ຮີບ​ດ່ວນ​ຄັ້ງ​ທີ 2. ທີ່​ການ​ປະຊຸມ​ຂ່າວ​​ໃນຕອນບ່າຍວັນດຽວກັນພາຍຫລັງ​ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ ​ເລ​ເລືອ​ງມີ​ງ, ​ເລຂາທິການ​ໃຫຍ່ ອາ​ຊຽນ ​ໃຫ້​ຮູ້​ວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ ອາ​ຊຽນມີ​ຖະ​ແຫລ​ງການສະ​ເພາະ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພພິບ​ັດທຳ​ມະ​ຊາດ, ຫນູນ​ຊ່ວຍ​ມະນຸດ​ສະ​ທຳ, ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ແຂງ​ແຮງ​ຂອງ​ປະຊາ​ຄົມ​ອາ​ຊຽນ ສຳລັບ​ຂົງ​ເຂດ​ທີ່​ສຳຄັນ​ນີ້. ​ໃນ​ໄລຍະ​ຈະ​ມາ​ເຖິງ, ອາ​ຊຽນ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຄູ່​ຮ່ວມ​ມື ສ້າງ​ເງ່ືອນ​ໄຂ​ລະດົມ​ຫລາຍ​ແຫ​ລ່ງກຳລັງ​ເພື່ອ​ເພີ່ມ​ຄວາມ​ສາມາດ​ຮັບ​ມື​​ຂອງ​ອາ​ຊຽນ​ເມ່ືອ​ໄພພິ​ບັດ​ໃນ​ຂອບ​ຂະຫນາດ​ໃຫຍ່ຢ່າງ​ມີ​ປະສິດທິ​ຜົນ​, ​ໃນ​ນັ້ນ ລະດົມ​ທຸກ​ແຫ​ລ່ງກຳລັງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ​ແຫ​ລ່ງກຳລັງ​ຂອງ​ບັນດາ​ຄູ່​ຮ່ວມ​ມື ​ແລະ ບັນດາ​ອົງການ​ອຸປະຖຳ​ສາກົນ. ກອງ​ປະຊຸມ​ກໍ​ໄດ້​ຮັບ​ຮອງ​​ເອົາ​ໂຄງການ​ດຳ​ເນີນ​ງານ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ ​ແລະ ຮັບ​ມື​ກັບ​ໄພ​ພິບັດ.


ຂ່າວ/ບົດ​ອື່ນ