ອາຊຽນແລະຈີນມີຄຳໝັ້ນສັນຍາ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

(vovworld) -  ທີ່​ກອງປະຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ - ຈີນ ຄັ້ງ​ທີ 19 ຫາ​ກໍ​ດຳ​ເນີນ​ໄປ​ໃນ​ວັນ​ທີ 1 ​ແລະ 2/4 ຢູ່ ປັກ​ກີ່​ງ ປະ​ເທດ​ຈີນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ນຳ​ຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ນະ​ທີ່​ນີ້, ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ຢືນຢັນ​ວ່າ: ​ເລື່ອງ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ໝາຍສຳຄັນ​ສຳລັບ​ທຸກ​ປະ​ເທດ​ຢູ່​ພາກ​ພື້ນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ ອາ​ຊຽນ ​ແລະ ຈີນ. ທັງ ອາ​ຊຽນ ​ແລະ ຈີນ ລ້ວນ​ແຕ່ມີ​ຄຳ​ໝັ້ນ​ສັນຍາປະຕິບັດ​ຖະ​ແຫລ​ງການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ,​ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ສົນທະນາ ​ແລະ ທາ​ບທາມ​ຄຳ​ເຫັນ ​ແລະ ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລວມ​ໃນ​ຂອບ​ເຂດ DOC ​ແລະ ​ເຫັນ​ດີ​ພ້ອມ​ກັນ​ຮວ່ມມື​ມຸ່ງ​ໄປ​ເຖິງ​ການ​ສ້າງ ​ແລະ ຮັບຮອງ​ເອົາ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢຸ່ທະ​ເລ​ຕາ​ເວັນ​ອອກ (COC).

ອາຊຽນແລະຈີນມີຄຳໝັ້ນສັນຍາ    ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານຟ້າມກວາງວີງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
ພາບ:internet

ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ຢືນຢັນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ສົມທົບ​ ​ແລະ ຮ່ວມ​ມື​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ​ຊຸກຍູ້​ການ​ພົວພັນ​ຍຸດ​ທະ​ສາດ ອາ​ຊຽນ - ຈີນ ​ໃຫ້​ນັບ​ມື້​ນັບ​ພັດທະນາ. ສວນຝ່າຍ​ຈີນ ຢືນຢັນວ່າ: ຈີນ ຖື​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​ເປັນ​ສຳຄັນ, ຖື​ອາ​ຊຽນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​​ບຸລິມະສິດ​​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ, ສະຫນັບສະຫນູນ ອາ​ຊຽນ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ ​ແລະ ນັບ​ມື້​ນັບ​ມີ​ການ​ປະກອບສ່ວນ​ສຳຄັນ​ຢູ່​ພາກ​ພື້ນ ​ແລະ ສາກົນ. ຈີນ ຈະ​ຮ່ວມ​ມື ​ແລະ ຫນູນ​ຊ່ວຍ​ອາ​ຊຽນ ສ້າງ​ປະຊາ​ຄົມ​ອາ​ຊຽນ ສຳ​ເລັດ​ຜົນ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ