ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14

(VOVWORLD) -ສະພາແຫ່ງຊາດຈະປຶກສາຫາລື ແລະ ຕົກລົງຫຼາຍບັນຫາສຳຄັນ. ຕົ້ນອາທິດ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບທາງດ້ານເສດຖະກິດ-ສັງຄົມ, ງົບປະມານຂອງລັດ.
ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 - ảnh 1 (ພາບປະກອບ: TTXVN)

ໃນອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ແຕ່ວັນທີ 15 - 19 ມິຖຸນາ) ຢູ່ຮ່າໂນ້ຍ, ສະພາແຫ່ງຊາດຈະປຶກສາຫາລື ແລະ ຕົກລົງຫຼາຍບັນຫາສຳຄັນ. ຕົ້ນອາທິດ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບທາງດ້ານເສດຖະກິດ-ສັງຄົມ, ງົບປະມານຂອງລັດ.

        ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ຮັບຮອງເອົາມະຕິກ່ຽວກັບໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030; ມະຕິວ່າດ້ວຍບາງກົນໄກ, ນະໂຍບາຍການເງິນ - ງົບປະມານພິເສດສະເພາະສຳລັບນະຄອນຫຼວງຮ່າໂນ້ຍ…

ຕອບກັບ

ຂ່າວ/ບົດ​ອື່ນ