ອາ​ຣັບ​ບິ ຊາ​ອຸ​ດິ ​ເປີດເຂດນ່ານຟ້າ ​ໃຫ້​ບັນ​ດາ​ຖ້ຽວ​ບິນ​ຂອງ UAE ໄປ​ຍັງ​ ທຸກໆ​ປະ​ເທດ

(VOVWORLD) - ວັນທີ 2 ກັນຍາ, ສື່ມວນຊົນແຫ່ງລັດ ອາຣັບບິ ຊາອຸດິ ໄດ້ໃຫ້ຂ່າວວ່າ ປະເທດນີ້ໄດ້ເຫັນດີອະນຸຍາດໃຫ້ບັນດາຖ້ຽວບິນຂອງ ສະຫະລັດ ອາຣັບ ເອມີເລດ (UAE) ບິນຜ່ານນ່ານຟ້າຂອງ ອາຣັບບິ ຊາອຸດິ ໄປຍັງທຸກໆປະເທດ.
ອາ​ຣັບ​ບິ ຊາ​ອຸ​ດິ ​ເປີດເຂດນ່ານຟ້າ ​ໃຫ້​ບັນ​ດາ​ຖ້ຽວ​ບິນ​ຂອງ UAE ໄປ​ຍັງ​ ທຸກໆ​ປະ​ເທດ - ảnh 1ພາບປະກອບ: TTXVN 

ວັນທີ 2 ກັນຍາ, ສື່ມວນຊົນແຫ່ງລັດ ອາຣັບບິ ຊາອຸດິ ໄດ້ໃຫ້ຂ່າວວ່າ ປະເທດນີ້ໄດ້ເຫັນດີອະນຸຍາດໃຫ້ບັນດາຖ້ຽວບິນຂອງ ສະຫະລັດ ອາຣັບ ເອມີເລດ (UAE) ບິນຜ່ານນ່ານຟ້າຂອງ ອາຣັບບິ ຊາອຸດິ ໄປຍັງທຸກໆປະເທດ.

        ສຳນັກຂ່າວສານ SPA ຂອງ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ ປະເທດນີ້ໄດ້ຍອມຮັບຄຳສະເໜີຂອງ UAE ກ່ຽວກັບການອະນຸຍາດໃຫ້ບິນຜ່ານນ່ານຟ້າຂອງ ອາຣັບບິ ຊາອຸດິດ ສຳລັບບັນດາຖ້ຽວບິນທີ່ມາຈາກ UAE ກໍ່ຄືເລີ່ມອອກເດີນທາງແຕ່ UAE ໄປຍັງ ທຸກປະເທດ.

        ພາຍຫຼັງປະກາດຂໍ້ມູນຂ່າວດັ່ງກ່າວ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ໃຫ້ຮູ້ວ່າ ບັນດາບໍລິສັດການບິນຂອງ ປະເທດນີ້ຈະໄດ້ຮັບການອະນຸຍາດໃຫ້ບິນໄປຍັງ UAEໂດຍກົງເລີຍ.

ຕອບກັບ

ຂ່າວ/ບົດ​ອື່ນ