ອາຣັບບີຊາອຸດິທັບມ້າງເຄືອຂ່າຍIS,ຈັບຕົວສະມາຊິກ431ຄົນ

ອາຣັບບີຊາອຸດິທັບມ້າງເຄືອຂ່າຍIS,ຈັບຕົວສະມາຊິກ431ຄົນ - ảnh 1
ກຳ​ລ​ັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອາ​ຣັບ​ບີ ຊາ​ອຸ​ດິ ກວດ​ກາ​ຢູ່​ສະ​ຖານ
​ທີ່​ເກີດ​ເຫດ
(ພາບ: AFP/TTXVN)

(vovworld) –  ​​​ວັນ​ທີ 18/7, ກະ​ຊວງ​ພາຍ​ໃນ ອາ​ຣັບ​ບີ ຊາ​ອຸ​ດິ ​ປະ​ກາດ​ໄດ້​ດັບ​ສູນ​ອົ​ງ​ການ​ໜຶ່ງ​ມີ​ການ​ພົວ​ພັນ​ກັບ​ກຸ່ມທຳ​ສົງ​ຄາມ​ສັກ​ສິດ “ລັດ​ອິດ​ສະ​ລາມ” (IS) ຂະ​ໜານ​ນາມ​ເອງ ແລະ ໄດ້​ຈັບ​ຕົວ​ສະ​ມາ​ຊິກ 431 ຄົນ​ຂອງ​ເຄືອ​ຂ່າຍ​ນີ້, ໃນ​ນັ້ນ​ເປັນ​ຕົ້ນ​ແມ່ນ​ພົນ​ລະ​ເມືອງ ອາ​ຣັບ​ບີ ຊາ​ອຸ​ດິ. ກະ​ຊວງ​ດັ່ງ​ກ່າວ​ຊີ້​ແຈ້​ງວ່າ, ​ໃນ​ບາງ​ອາ​ທິດ​ຜ່ານ​ມາ, ເຈົ້າ​ໜ້າ​ທີ່ ອາ​ຣັບ​ບີ ຊາ​ອຸ​ດິ ໄດ້​ດັບ​ສູນ​ອົງ​ການ​ໜຶ່ງ ທີ່​ມີຫຼາຍ​ກຸ່ມ​ມີ​ການ​ພົວ​ພັນ​ກັບ IS ​ຊຶ່ງເຂົ້າ​ຮ່ວມ “ກົນ​ອຸ​ບາຍ​ຍຸ​ຍົງ​ສົ່ງ​ເສີມ​​ການລຸກ​ຮື້​ຂຶ້ນ ແລະ ເປີດ​ກ້​ວາງ​ສະ​ພາບ​ການ​ສັບ​ສົນ”. ບັນ​ດາ​ກຸ່ມ​ໃນ​ເຄືອ​ຂ່າຍ​ດັ່ງ​ກ່າວ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເຫດ​ການ​ບຸກ​ໂຈມ​ຕີ ແລະ ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ, ເຊິ່ງ​ລວມ​ມີ​ທັງ​ບັນ​ດາ​ເຫດ​ການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ແນ​ໃສ່​ບັນ​ດາ​ໂບດ​ອິດ​ສະ​ລາມ​ນິ​ກາຍ​ຊີ​ອະ ຢູ່​ແຂວງ​ພາກ​ຕາ​ເວັນ​ອອກ​ຂອງ ອາ​ຣັບ​ບີ ຊາ​ອຸ​ດິ. ເຈົ້າ​ໜ້າ​ທີ່​ປະ​ເທດນີ້​ກ​ໍ​ໄດ້​ສະ​ກັດ​ກັ້ນຫຼາຍ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ໃນ​ເດືອນ Ramadan ຂອງ​ຊາວ ອິດ​ສະ​ລ​າມ, ໃນ​ນັ້ນ​ມີ​ແຜນ​ການ​ວາງ​ລະ​ເບີດ​ໂບດ​ແຫ່ງ​ໜຶ່ງ​ໂດຍ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ນະ​ຄອນ Riyadh ຄຸ້ມ​ຄອງ ແລະ ບຸກ​ໂຈມ​ຕີ​ຄະ​ນະ​​ນັກການ​ທູດ​ຄະ​ນະ​ໜຶ່ງ.


ຂ່າວ/ບົດ​ອື່ນ