ອາ​ເມ​ລິ​ກາ ກະ​ຕຸກ​ຊຸກ​ຍູ້ ອິດ​ສະ​ຣາ​ແອັນ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

(VOVWORLD) -  ວັນທີ 19 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ກະຕຸກຊຸກຍູ້ໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດ Gaza ໃນທັນທີ ເພື່ອມຸ່ງໄປເຖິງຄຳສັ່ງຢຸດຍິງ.
ອາ​ເມ​ລິ​ກາ ກະ​ຕຸກ​ຊຸກ​ຍູ້ ອິດ​ສະ​ຣາ​ແອັນ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ຖະແຫຼງການຂອງ ທໍານຽບຂາວ ໃຫ້ຮູ້ວ່າ ການນຳສອງປະເທດ ໄດ້ປຶກສາຫາລືລະອຽດກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ເຂດ Gaza, ກໍຄືບັນດາຄວາມມານະພະຍາຍາມທາງການທູດຂອງລັດຖະບານບັນດາປະເທດໃນພາກພື້ນ ກໍຄື ອາເມລິກາ ທີ່ໄດ້ດຳເນີນຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນດັ່ງກ່າວ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ CNN ໃນວັນທີ 19 ພຶດສະພາ, ວົງການເຈົ້າໜ້າທີ່ຂອງຂະບວນການ Hamas ໃຫ້ຮູ້ວ່າ: ຄຳສັ່ງຢຸດຍິງ ສຳລັບການປະທະກັນ ລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ “ຈະດຳເນີນ ແລະ ອາດຈະແມ່ນພາຍໃນ 24 ຊົ່ວໂມງຈະມາເຖິງນີ້”.

        ສຳນັກຂ່າວສານ Reuters ຂອງ ອັງກິດ ກໍໄດ້ຄັດສະເໜີຂ່າວປ້ອງກັນຄວາມສະຫງົບຂອງ ອີຢິບ ໂດຍກໍໃຫ້ຮູ້ວ່າ ອິດສະຣາແອັນ ແລະ Hamas ໄດ້ຕົກລົງເຫັນດີຕໍ່ຄຳສັ່ງຢຸດຍິງ ພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອຈາກຜູ້ເປັນກາງໄກ່ເກ່ຍ, ເຖິງວ່າ ເນື້ອໃນລາຍລະອຽດ ແມ່ນພວມເຈລະຈາກັນຢ່າງປິດລັບ. 

ຕອບກັບ

ຂ່າວ/ບົດ​ອື່ນ