ອາເມລິກາ ກ່າວຫາ ຈີນ ສືບຕໍ່ບຸກໂຈມຕີທາງອິນເຕີແນດ

ອາເມລິກາ ກ່າວຫາ ຈີນ ສືບຕໍ່ບຸກໂຈມຕີທາງອິນເຕີແນດ - ảnh 1
(ພາປະກອບ)
(vovworld) - ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ຫາ​ກໍ​ປະກາດ​ບົດ​ລາຍ​ງານ​ປະຈຳ​ປີ​ທີ່​ມີ​ຊື່ວ່າ “ບົດ​ລາຍ​ງານ​ພັດທະນາ​ການ​ທະຫານ ​ແລະ ຄວາມ​ປອດ​ໄພ​ທີ່​ກ່ຽວຂ້ອງ​ເຖິງ​ຈີນ​ ປີ 2013”, ​ໃນ​ນັ້ນ, ​ເປ​ັນຄັ້ງ​ທຳ​ອິດ​ອາ​ເມ​ລິ​ກາ ​ໄດ້ກ່າວ​ຫາລັດຖະບານ​ ​ແລະ ກອງທັບ​ຈີນ ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ແນ​ດ​ຄັ້ງ​ຕ່າງໆໃສ່​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ​ໃນ​ບົດ​ລາຍງານ​ສົ່ງ​ເຖິງ​ສະພາ​ແຫ່ງ​ຊາດ​ອາ​ເມລິ​ກາ, ທຳນຽບຫ້າ​ແຈ ຖື​ວ່າ ​ໃນ​ປີ 2012, ມີ​ບາງ​ລະບົບ​ກອມ​ພິ​ວເຕີ​ໃນ​ໂລກ, ​ໃນ​ນັ້ນ​ມີ​ບັນດາ​ລະບົບ​ຂຶ້ນ​ກັບ​ລັດຖະບານ​ອາ​ເມ​ລິ​ກາ, ສືບ​ຕໍ່​ແມ່ນ​​ເປົ້າ​ໝາຍ​ແຊກ​ຊຶມ, ​ໃນ​ນັ້ນ​ມີ​ບາງ​ກໍລະນີລັດຖະບານ​ແລະ ກອງທັບ​ຈີນອາດ​ຈະ​ຕ້ອງຮັບຜິດຊອບ​ໂດຍ​ກົງ”.

        ຈີ​ນ​ໄດ້​ປະຕິ​ເສດຄຳກ່າວຫາຂອງ ວໍຊິງ​ເຕັນ ​ໃນ​ທັນ​ທີ. ​ໃນ​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ ​ເມື່ອ​ວັນ​ທີ 07/05, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ​ນາງ ຫວາ​ຊວນອ໋ຽງ ຖື​ວ່າ ​ເລື່ອງ​ໂຄສະ​ນາ “​ໄພ​ນາບ​ຂູ່​ຈາກ​ຈີນ” ບໍ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື 2 ຝ່າຍ, ທ່ານ​ນາງ​ເນັ້ນ​ໜັກ​ວ່າ ຈີນ​ໄດ້​ສະ​ແດງ​ຫຼັກໝັ້ນ​ຈະ​​ແຈ້ງຫຼາຍ​ເທື່ອ​ສຳລັບ​ອັນ​ທີ່​ເອີ້ນວ່າ ບັນຫາ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ແນ​ດ ​ແລະ ຢືນຢັນ​ວ່າ ປັກ​ກິ​ງ ຄັດຄ້ານ​ການ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ແນ​ດ​ດ້ວຍ​ທຸກ​ຮູບ​ການ, ປາດ​ຖະໜາ​ວ່າ​ ຈະພ້ອມ​ກັບ​ຝ່າ​ຍອາ​ເມ​ລິ​ກາ ຜັນ​ຂະຫຍາຍ​ການ​ເຈລະຈາ​ບົນ​ຈິດ​ໃນ​ສ້າງສັນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນ​ດ.

ຂ່າວ/ບົດ​ອື່ນ