ອາ​ເມ​ລ​ິ​ກາ ຈັດ​ສົ່ງ ຈຳ​ນ​ວນພົນທະ​ຫານ ຫຼາຍ​ທີ່​ສຸດ​ໄປ​ຍັງ ເອີ​ລົບ​ເພື່ອ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບຮ່ວ​ມ Defender – Europe 2020

(VOVWORLD) -ກ່່າວຄຳເຫັນຕໍ່ນັກຂ່າວຢູ່ ທຳນຽບ 5 ແຈ ໃນວັນທີ 9 ທັນວາ, ທ່ານນາຍພົນ Christopher Cavoli, ຜູ້ບັນຊາການກຳລັງທະຫານບົກ ຂອງ ກອງທັບອາເມລິກາຢູ່ເອີລົບ ພວມຂຶ້ນແຜນຜັນຂະຫຍາຍສົ່ງພົນທະຫານ 29.000 ຄົນ ເຂົ້າຮ່ວມການຊ້ອມຮົບຮ່ວມກັບອົງການ ສົນທິສັນຍາ ອັດລັງຕິກ ເໜືອ (NATO) ໃນເດືອນພຶດສະພາ ແລະ ມິຖຸນາ ປີ 2020.
ອາ​ເມ​ລ​ິ​ກາ ຈັດ​ສົ່ງ ຈຳ​ນ​ວນພົນທະ​ຫານ ຫຼາຍ​ທີ່​ສຸດ​ໄປ​ຍັງ ເອີ​ລົບ​ເພື່ອ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບຮ່ວ​ມ Defender – Europe 2020 - ảnh 1ພົນທະຫານອາເມລິກາ Orzysz , ປະເທດ ໂບໂລຍ (ພາບ: AFP/TTXVN)

ຕາມທ່ານ Cavoliແລ້ວ, ການຊ້ອມຮົບຮ່ວມ Defender – Europe 2020 ໂດຍແມ່ນການສ້າງບາດລ້ຽວຍຸດທະສາດ ພາຍຫຼັງຫຼາຍປີ ທີ່ ອາເມລິກາ ຫຼຸດຜ່ອນ ກຳລັງທະຫານຢູ່ ເອີລົບ ເພື່ອແນໃສ່ສະແດງໃຫ້ເຫັນກຳລັງຄວາມສາມາດຂອງ ກອງທັບອາເມລິກາ ໃນການຜັນຂະຫຍາຍກຳລັງໃຫຍ່ຢ່າງໄວວາ ເພື່ອໜູນຊ່ວຍ NATO ຮັບມືກັບບັນດາ ວິກິດການທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ