ອາ​ເມ​ລິ​ກາ ​ຊຸກ​ຍູ້ OPEC+ ເພີ່ມ​​ປະ​ລິ​ມານ​ນ້ຳ​ມັນ ເພື່ອ​ໜູນ​ຊ່ວຍ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ວັນທີ 11 ສິງຫາ, ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ຊຸກຍູ້ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ພ້ອມກັບບັນດາຄູ່ຮ່ວມມື, ຫຼືໄດ້ເອີ້ນວ່າ OPEC+, ຈົ່ງເພີ່ມປະລິມານນ້ຳມັນ ເພື່ອແນໃສ່ຮັບມືກັບລາຄານ້ຳມັນເພີ່ມຂຶ້ນ ທີ່ໄດ້ນາບຂູ່ຕໍ່ການການຟື້ນຟູເສດຖະກິດໃນທົ່ວໂລກ.
ອາ​ເມ​ລິ​ກາ ​ຊຸກ​ຍູ້ OPEC+ ເພີ່ມ​​ປະ​ລິ​ມານ​ນ້ຳ​ມັນ ເພື່ອ​ໜູນ​ຊ່ວຍ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ - ảnh 1ພາບປະກອບ: Reuters

ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທຳນຽບຂາວ ຖືວ່າ ລະດັບເພີ່ມປະລິມານນ້ຳມັນຂອງ ບັນດານັກຜະລິດນ້ຳມັນຫຼັກແຫຼ່ງໃນໂລກ ແມ່ນບໍ່ພຽງພໍ ໃນຈຸດເວລາສຳຄັນຄືປັດຈຸບັນ ເມື່ອ ບັນດາພື້ນຖານເສດຖະກິດເລີ່ມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ທ່ານກ່າວເຕືອນວ່າ ຖ້າບໍ່ຄວບຄຸມບັນດາຕະຫຼາດທີ່ມີລັກສະນະແກງແຍ້ງສູງໄດ້, ລາຄານ້ຳມັນສູງຈະມີຄວາມສ່ຽງນາບຂູ່ເຖິງການຟື້ນຟູທົ່ວໂລກ ທີ່ພວມດຳເນີນເຈົ້າໜ້າທີ່ ອາເມລິກາ ທ່ານີ້ໄດ້ຢັ້ງຢືນວ່າ OPEC+ ຕ້ອງມີການກະທຳຢ່າງແຮງກ່ວາອີກ ເພື່ອໜູນຊ່ວຍວິວັດການຟື້ນຟູເສດຖະກິດ.

ແລະກໍ່ໃນວັນທີ 11 ສິງຫາ, ທຳນຽບຂາວໄດ້ມີຄຳສັ່ງຊີ້ນຳຄະນະກຳມະການການຄ້າ ລະຫວ່າງລັດ ຕ້ອງພິຈາລະນາວ່າ ບັນດາການກະທຳແບບພິດກົດໝາຍ ໄດ້ປະກອບສ່ວນເຂົ້າໃນການເຮັດໃຫ້ລາຄານ້ຳມັນຢູ່ ອາເມລິກາ ເພີ່ມຂຶ້ນສູງກ່ວາຫຼືບໍ່. ໃນເດືອນກໍລະກົດທີ່ຜ່ານມາ, OPEC+ ໄດ້ຖະແຫຼງວ່າ 23 ປະເທດສະມາຊິກຂອງ ກຸ່ມ ໄດ້ເຫັນດີເປັນເອກະພາບວ່າ ນັບແຕ່ເດືອນສິງຫາ ຫາເດືອນທັນວາ ຈະສະໜອງນ້ຳມັນໃຫ້ແກ່ຕະຫຼາດຕື່ມອີກ 2 ລ້ານຖັງ/ວັນ. OPEC+ ກໍ່ເຫັນດີເປັນເອກະພາບ ຈະແກ່ຍາວຂໍ້ຕົກລົງໂຍະຍານການຫຼຸດຜ່ອນປະລິມານຈົນຮອດທ້າຍປີ 2022, ແທນທີ່ທ້າຍເດືອນ ເມສາ ປີ 2022 ຕາມແຜນການກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ