ອາເມລິກາ ຍົກເລີກຄຳສັ່ງລົງໂທດ ຕວັກກີ ທີ່ກ່ຽວຂ້ອງເຖິງບັ້ນຮົບການທະຫານຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ

(VOVWORLD) - ວັນທີ 23 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງຍົກເລີກຄຳສັ່ງລົງໂທດສຳລັບ ຕວັກກີ ພາຍຫລັງ ອານກາຣາ ຮັບປະກັນວ່າຈະຢຸດຕິບັ້ນຮົບການທະຫານຂອງຕົນຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ ຕະຫລອດໄປ.
ອາເມລິກາ ຍົກເລີກຄຳສັ່ງລົງໂທດ ຕວັກກີ ທີ່ກ່ຽວຂ້ອງເຖິງບັ້ນຮົບການທະຫານຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ - ảnh 1 ອາເມລິກາ ຍົກເລີກຄຳສັ່ງລົງໂທດ ຕວັກກີ ທີ່ກ່ຽວຂ້ອງເຖິງບັ້ນຮົບການທະຫານຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ (ພາບ: AP)

        ກ່າວຄຳເຫັນຢູ່ທຳນຽບຂາວໃນວັນທີ 23 ຕຸລາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ລັດຖະບານ ຕວັກກີ ໄດ້ແຈ້ງໃຫ້ລັດຖະບານຂອງທ່ານວ່າ ປະເທດນີ້ ໄດ້ຢຸດຕິບັນດາການເຄື່ອນໄຫວການທະຫານ ແລະ ຈະປະຕິບັດການຢຸດຍິງຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ ຕະຫລອດໄປ. ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ກໍ່ກ່າວເຕືອນວ່າ ຈະຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່ ຖ້າຫາກ ຕວັກກີ ບໍ່ເຄົາລົບຂໍ້ຕົກລົງຢຸດຍິງຢູ່ ຊີຣີ ຕະຫລອດໄປ.

        ຂໍ້ຕົກລົງຢຸດຍິງລະຫວ່າງ ອາເມລິກາ ແລະ ຕວັກກີ ໄດ້ປ່ຽນແທນໃຫ້ຂໍ້ຕົກລົງສະບັບໃໝ່ລະຫວ່າງທ່ານປະທານາທິບໍດີ ຕວັກກີ Recep Erdogan ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ບັນລຸໄດ້ໃນການພົບປະໃນວັນທີ 22 ຕຸລາ ຢູ່ ລັດເຊຍ. ຕາມຂໍ້ຕົກລົງນີ້, ບັນດາກຳລັງຂອງ ລັດເຊຍ ຈະຊ່ວຍເຄື່ອນຍ້າຍບັນດາມືປືນຊາວ Kurd ໄປຍັງເຂດໝັ້ນຄົງກ້ວາງຂວາງກ່ວາ ຢູ່ລຽບຕາມຊາຍແດນລະຫວ່າງ ຕວັກກີ ແລະ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ