ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.ເກົາຫຼີ ຄາດ​ວ່າ​ຈະ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ຝ່າຍ ໃນ​ເດືອນ ເມ​ສາ

(VOVWORLD) -    ຖ້າຫາກວ່າກອງປະຊຸມດັ່ງກ່າວຖືກຈັດຕັ້ງຂຶ້ນ ກໍ່ຈະແມ່ນກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ລະຫວ່າງ 3 ປະເທດ ນັບແຕ່ພາຍຫຼັງທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ.
ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.ເກົາຫຼີ ຄາດ​ວ່າ​ຈະ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ຝ່າຍ ໃນ​ເດືອນ ເມ​ສາ - ảnh 1ການເຮັດວຽກລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດ ອາເມລິກາ ແລະ ຍີ່ປຸ່ນ ໃນວັນທີ 16 ມີນາ  (ພາບ: REUTERS)


        ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ພວມກະກຽມຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍ, ເຊິ່ງອາດຈະດຳເນີນໃນເດືອນ ເມສາ ຈະມາເຖິງ, ດ້ວຍໂຄງການດຳເນີນງານທີ່ໄດ້ຮັບຖືວ່າ ຈະສຸມໃສ່ບັນຫາແຫຼມເກົາຫຼີ ແລະ ສົມທົບທາງດ້ານນະໂຍບາຍສຳລັບ ຈີນ.

        ຖ້າຫາກວ່າກອງປະຊຸມດັ່ງກ່າວຖືກຈັດຕັ້ງຂຶ້ນ ກໍ່ຈະແມ່ນກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ລະຫວ່າງ 3 ປະເທດ ນັບແຕ່ພາຍຫຼັງທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ ໃນເດືອນມັງກອນທີ່ຜ່ານມາ. ກອງປະຊຸມອາດຈະຖືກຈັດຂຶ້ນຢູ່ ອາເມລິກາ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຄູ່ຕຳແໜ່ງຍີ່ປຸ່ນ ທ່ານ Toshimitsu Motegi  ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ ທ່ານ Chung Eui Yong.


ຕອບກັບ

ຂ່າວ/ບົດ​ອື່ນ