ອາເມລິກາ, ປາກິດສະຖານ ປຶກສາຫາລືກ່ຽວກັບສັນຕິພາບຢູ່ ອັບການິດສະຖານ

(VOVWORLD) - ວັນທີ 27 ທັນວາ, ທ່ານນາຍພົນ Austin Scott Miller ຜູ້ບັນຊາບັນດາກຳລັງ ອາເມລິກາ ຢູ່ ອັບການິດສະຖານ ທັງເປັນຜູ້ບັນຊາພາລະກຳໜູນຊ່ວຍເດັດຂາດຂອງອົງການສົນທິສັນຍາ ອາກລັງຕິກເໜືອ (NATO)
ອາເມລິກາ, ປາກິດສະຖານ ປຶກສາຫາລືກ່ຽວກັບສັນຕິພາບຢູ່ ອັບການິດສະຖານ - ảnh 1ທ່ານນາຍພົນ Austin Scott Miller  (ພາບ Military/TTXVN)

ໄດ້ມີການພົບປະກັບທ່ານນາຍພົນ Qamar Javed Bajwa ຜູ້ບັນຊາການທະຫານບົກ ປາກິດສະຖານ. ທີ່ການພົບປະຢູ່ Rawalpindi, ແຂວງ Punjab, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນຄວາມໝັ້ນຄົງຢູ່ພາກພື້ນ ແລະ ວິວັດທະນາການໄກ່ເກ່ຍຄວາມປອງປອງເຊິ່ງພວມດຳເນີນຢູ່ ອັບການິດສະຖານ. 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທັດສະນະກ່ຽວກັບຄວາມສຳຄັນຂອງເລື່ອງແກ້ໄຂສະພາບການຢູ່ ອັບການິດສະຖານ ດ້ວຍມາດຕະການການເມືອງ, ພ້ອມທັງເນັ້ນໜັກວ່າ ພຽງແຕ່ມີວິວັດທະການການກວມລວມ, ໂດຍ ອັບການິດສະຖານ ນຳໜ້າເທົ່ານັ້ນ, ຈຶ່ງອາດຈະນຳສັນຕິພາບມາສູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ