ອາເມລິກາ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງໄລຍະສຸດທ້າຍ ໄປຍັງ ອິດສະຣາແອັນ ເປັນຄັ້ງທໍາອິດ

(VOVWORLD) -ວິວັດການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງ ໄລຍະສຸດທ້າຍ (THAAD) ເລີ່ມດໍາເນີນໃນເດືອນມີນາ

ເຈົ້າໜ້າທີ່ການທະຫານ ອາເມລິກາ ແລະ ອິດສະຣາແອັນ ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ກອງທັບອາເມລິກາ  ໄດ້ຜັນຂະຫຍາຍລະບົບປ້ອງກັນທາງອາກາດ ແລະ ລູກສອນໄຟທັນສະໄໝທີ່ສຸດ ໄປຍັງ ອິດສະຣາແອັນ ເປັນຄັ້ງທໍາອິດ. ວັນທີ 4 ມີນາ, ກອງບັນຊາການທະຫານ ເອີີຣົບ ຂອງ ອາເມລິກາ ໃຫ້ຮູ້ວ່າ ວິວັດການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງ ໄລຍະສຸດທ້າຍ (THAAD) ເລີ່ມດໍາເນີນໃນເດືອນມີນາ ແລະ ໄດ້ຮັບຖືວ່າ ແມ່ນການກວດກາກໍາລັງຄວາມສາມາດຂອງກອງທັບ ອາເມລິກາ ໃນການຜັນຂະຫຍາຍບັນດາອາວຸດດັ່ງກ່າວຢ່າງໄວໃນທົ່ວໂລກ.

        ການກະທໍາດັ່ງກ່າວ ຖືກດໍາເນີນໃນສະພາບຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ອີຣານ ທີ່ພວມເພີ່ມຂຶ້ນ ໂດຍປິນອ້ອມບັນດາບັ້ນຮົບບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ຢູ່ ຊີີຣີ ແລະ ອີຣານ ເວັ້ນເສຍແຕ່ກໍລະນີເກີດການປະທະກັນດ້ານການທະຫານກັບ ອິດສະຣາແອັນ.


ຕອບກັບ

ຂ່າວ/ບົດ​ອື່ນ