ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຖອນ​ກຳ​ລັງທະ​ຫານ​ທັງ​ໝົດ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ ກ່ອນ​ວັນ​ທີ 1 ພຶດ​ສະ​ພາ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ເປົ້າໝາຍນີ້ອາດບັນລຸໄດ້ແຕ່ບໍ່ແມ່ນເລື່ອງງ່າຍ.
ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຖອນ​ກຳ​ລັງທະ​ຫານ​ທັງ​ໝົດ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ ກ່ອນ​ວັນ​ທີ 1 ພຶດ​ສະ​ພາ - ảnh 1ທະຫານ ອາເມລິກາ ລາດຕະເວນຢູ່ Sangin, ອາບການິດສະຖານ (ພາບ: AFP/TTXVN)

ເປົ້າໝາຍຖອນກຳລັງທະຫານ ອາເມລິກາ ທັງໝົດ ອອກຈາກ ອາບການິດສະຖານ ໃນວັນທີ 1 ພຶດສະພາຕາມຂໍ້ຕົກລົງ ເຊິ່ງ ວໍຊິງຕັນ ໄດ້ລົງນາມກັບ ຕາລີບານ ນັ້ນ ແມ່ນຍາກພໍສົມຄວນ ແຕ່ອາດປະຕິບັດໄດ້. ນີ້ແມ່ນຄຳຖະແຫຼງ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຍົກອອກມາໃນວັນທີ 17 ມີນາ ເມື່ອເຕື້ອງເຖິງບັນຫາຖອນກຳລັງທະຫານອອກຈາກປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້.

        ເມື່ອຕອບສຳພາດໃນຊ່ອງໂທລະພາບ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ເປົ້າໝາຍນີ້ອາດບັນລຸໄດ້ແຕ່ບໍ່ແມ່ນເລື່ອງງ່າຍ.

        ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, ກຳລັງທະຫານ ອາເມລິກາ ທັງໝົດ ຈະຖອນຕົວອອກຈາກ ອາບການິດສະຖານ ກ່ອນເດືອນພຶດສະພາ ປີ 2021. ແຕ່ວ່າ, ປັດຈຸບັນ ວໍຊິງຕັນ ພວມຢູ່ໃນສະພາບການທີ່ “ກືນບໍ່ເຂົ້າ ຄາຍບໍ່ອອກ” ໃນຂະນະທີ່ໃກ້ຈະຮອດກຳນົດເວລາສຸດທ້າຍແລ້ວ ແຕ່ ຕາລີບານ ຍັງບໍ່ທັນມີສັນຍານຈະຢຸດຕິການໃຊ້ຄວາມຮຸນແຮງ ຢູ່ ອາບການິດສະຖານເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ