ອາເມລິກາ ມີຄວາມປະເອີບໃຈຕໍ່ແງ່ຫວັງດຳເນີນການເຈລະຈານິວເຄຼຍກັບ ອີຣານ
(VOVWORLD) - ການເຈລະຈານິວເຄຼຍໂດຍທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ ຢູ່ນະຄອນຫຼວງ Muscat ຂອງ Oman ໄດ້ດຳເນີນໄປໃນບັນຍາກາດ “ຕັ້ງໜ້າທີ່ສຸດ ແລະ ມິລັກສະນະສ້າງສັນ”.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ແລະ ທ່ານທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບເຂດຕາເວັນອອກກາງ Steven Witkoff
(ພາບ: PressTV/TTXVN)
|
ໃນຖະແຫຼງການຍົກອອກມາໃນວັນທີ 12 ເມສາ, ທຳນຽບຂາວຕີລາຄາວ່າ ການເຈລະຈານິວເຄຼຍໂດຍທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ ຢູ່ນະຄອນຫຼວງ Muscat ຂອງ Oman ໄດ້ດຳເນີນໄປໃນບັນຍາກາດ “ຕັ້ງໜ້າທີ່ສຸດ ແລະ ມິລັກສະນະສ້າງສັນ”. ທຳນຽບຂາວໃຫ້ຮູ້ວ່າ, ໃນວິວັດການດຳເນີນການເຈລະຈາ, ທ່ານທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບເຂດຕາເວັນອອກກາງ Steven Witkoff ໄດ້ເນັ້ນໜັກເຖິງຄຳສັ່ງຂອງທ່ານປະທານາທິບໍດີ Donald Trump ຕໍ່ເລື່ອງຕ້ອງແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ “ຜ່ານມາດຕະການເຈລະຈາ ແລະ ດ້ານການທູດ, ຖ້າສາມາດປະຕິບັດໄດ້”.
ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ໄດ້ອອກແຈ້ງການໃຫ້ຮູ້ວ່າ, ການເຈລະຈາກັບ ອາເມລິກາ ກ່ຽວກັບບັນຫານິວເຄຼຍ ແລະ ຍົກເລີກຄຳສັ່ງລົງໂທດໄດ້ຈັດຂຶ້ນ “ໃນບັນຍາກາດມີລັກສະນະສ້າງສັນ ແລະ ເຄົາລົບເຊິ່ງກັນແລະກັນ”.