(VOVWORLD) -ບັນດານັກຊ່ຽວຊານໄດ້ຄາດວ່າ ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດຈະລື່ນຕົວເລກ 138 ລ້ານຄົນທີ່ໄດ້ໄປປ່ອນບັດເມື່ອປີ 2016, ໃນຂະນະທີ່ ມີບັດເລືອກຕັ້ງ 47 ລ້ານບັດ ໄດ້ສົ່ງມາກ່ອນເວລາດຳເນີນການເລືອກຕັ້ງ.
ຜູ້ມີສິດເລືອກຕັ້ງໄປປ່ອນບັດກ່ອນເວລາກຳນົດ (ພາບ: Ky3) |
ກ່ອນການເລືອກຕັ້ງປະທານາທິບໍດີ ເປັນເວລາ 3 ວັນ, ມີປະຊາຊົນອາເມລິກາ ກ່ວາ 90 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ, ເທົ່າກັບປະມານ 65% ຈຳນວນບັດເລືອກຕັ້ງທີ່ໄດ້ຄິດໄລ່ໃນການເລືອກຕັ້ງເມື່ອປີ 2016.
ບັນດານັກຊ່ຽວຊານໄດ້ຄາດວ່າ ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດຈະລື່ນຕົວເລກ 138 ລ້ານຄົນທີ່ໄດ້ໄປປ່ອນບັດເມື່ອປີ 2016, ໃນຂະນະທີ່ ມີບັດເລືອກຕັ້ງ 47 ລ້ານບັດ ໄດ້ສົ່ງມາກ່ອນເວລາດຳເນີນການເລືອກຕັ້ງ.