ອາເມລິກາ ຢາກສົມທົບກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຕ້ານການກໍ່ການຮ້າຍ

(VOVWORLD) - ວັນທີ 17 ຕຸລາ, ພົນເຮືອເອກ Harry Harris ຜູ້ບັນຊາກອງບັນຊາການກຳລັງທະຫານຢູ່ ປາຊີຟິກ ອາເມລິກາ (PACOM) ຢືນຢັນວ່າ:
ອາເມລິກາ ຢາກສົມທົບກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຕ້ານການກໍ່ການຮ້າຍ - ảnh 1ພົນເຮືອເອກ Harry Harris (ພາບ: Reuters) 

ອາເມລິກາ ຢາກສົມທົບກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ສະກັດກັ້ນບັນດາເປົ້າໝາຍກໍ່ການຮ້າຍຂອງອົງການ “ລັດອິດສະລາມ” (IS). ໃນບົດກ່າວປາໄສຢູ່ ສິງກະໂປ, ພົນເຮືອເອກ Harry Harris ໄດ້ຍ້ອງຍໍເລື່ອງບັນດາກຳລັງປ້ອງກັນຄວາມສະຫງົບ ຟີລີບປິນ ໄດ້ດັບສູນ Isnilon Hapilon ເຊິ່ງແມ່ນຫົວໂປ່ແຖວໜ້າຂອງກຸ່ມທະຫານກະບົດ Abu Sayyaf ແລະ Omarkhayam Maute ແມ່ນຜູ້ສ້າງຕັ້ງກຸ່ມທະຫານກະບົດ Maute ໃນຂະນະທີ່ພວມສູ້ຮົບ ເພື່ອຢຶດຄອງເອົານະຄອນ ມາຣາວີ ທາງພາກໃຕ້ ຟີລີບປິນ ຄືນ. ພົນເຮືອເອກ Harry Harris ກ່າວຕື່ມອີກວ່າ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຄວນມານະພະຍາຍາມຫລາຍກ່ວາອີກ ເພື່ອສະກັດກັ້ນບັນດາເປົ້າໝາຍຫົວຮຸນແຮງ ທີ່ເປີດກ້ວາງການເຄື່ອນໄຫວໃນພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ