ອາ​ເມ​ລິ​ກາ ລົງ​ໂທດ​ເຈົ້າ​ໜ້າ​ທີ່ລັດ​ເຊຍ ທີ່​ມີສ່ວນ​ກ່ຽວ​ຂ້ອງ​ເຖິງ​ເຫດ​ກັກ​ຂັງ​ຫົວ​ໜ້າ​ຂອງ​ຝ່າຍ​ຄ້ານ Navalny

(VOVWORLD) - ວັນທີ 2 ມີນາ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດບັນດາມາດຕະການລົງໂທດສຳລັບບັນດາເຈົ້າໜ້າທີ່ຂັ້ນສູງຂອງ ລັດຖະບານ ລັດເຊຍ ຍ້ອນມີສ່ວນກ່ຽວຂ້ອງເຖິງການວາງຢາເບື່ອໃສ່ທ່ານ Alexei Navalny - ຫົວໜ້າຝ່າຍຄ້ານ. 
ອາ​ເມ​ລິ​ກາ ລົງ​ໂທດ​ເຈົ້າ​ໜ້າ​ທີ່ລັດ​ເຊຍ ທີ່​ມີສ່ວນ​ກ່ຽວ​ຂ້ອງ​ເຖິງ​ເຫດ​ກັກ​ຂັງ​ຫົວ​ໜ້າ​ຂອງ​ຝ່າຍ​ຄ້ານ Navalny - ảnh 1ທ່ານ Alexei Navalny - ຫົວໜ້າຝ່າຍຄ້ານ (ພາບ: AFP/TTXVN)

ຝ່າຍ ອາເມລິກາ ກໍຢ້ຳຄືນຄຳຮຽກຮ້ອງໃຫ້ ລັດເຊຍ ສົ່ງສິດເສລີໃຫ້ແກ່ທ່ານ Alexei Navalny. ຕາມບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແລ້ວ, ບັນດາແຫຼ່ງການເງິນ ແລະ ຊັບສົມບັດຂອງເຈົ້າໜ້າທີ່ຂັ້ນສູງຂອງ ລັດເຊຍ ທີ່ມີຢູ່ ອາເມລິກາ ຈະຖືກປິດໄວ້. ບັນດາມາດຕະການລົງໂທດດັ່ງກ່າວ ແມ່ນການກະທຳທຳອິດຂອງລັດຖະບານປະທານາທິບໍດີ Joe Biden ສຳລັບ ລັດເຊຍ ແລະ ໄດ້ຮັບຖືວ່າ ແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ອຳນາດການປົກຄອງໃໝ່ຂອງ ອາເມລິກາ ຈະມີການປະພຶດກັບ ລັດເຊຍ ທີ່ມີຄວາມແຕກຕ່າງເມື່ອທຽບໃສ່ອຳນາດການປົກຄອງປະທານາທິບໍດີສະໄໝກ່ອນ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ