ອາເມລິກາ ສືບຕໍ່ສະໜັບສະໜູນການໜູນຊ່ວຍມະນຸດສະທຳສາກົນໃຫ້ແກ່ ສປປ.ເກົາຫຼີ

(VOVWORLD) -ແຈ້ງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ ສປປ.ເກົາຫຼີ ຕຳໜິຕິຕຽນ ອາເມລິກາ ວ່າໄດ້ຮັກສາ ແລະ ຊອກຫາວິທີເພີ່ມຄຳສັ່ງລົງໂທດຕ້ານ ພຽງຢາງ.
ອາເມລິກາ ສືບຕໍ່ສະໜັບສະໜູນການໜູນຊ່ວຍມະນຸດສະທຳສາກົນໃຫ້ແກ່ ສປປ.ເກົາຫຼີ - ảnh 1ລົດຂົນສົ່ງເຄື່ອງໜູນຊ່ວຍມະນຸດສະທຳ
(ພາບປະກອບ: Yonhap/TTXVN)

ວັນທີ 30 ມິຖຸນາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ, ອາເມລິກາ ຈະສືບຕໍ່ສະໜັບສະໜູນການໜູນຊ່ວຍມະນຸດສະທຳສາກົນໃຫ້ແກ່ປະຊາຊົນ ສປປ.ເກົາຫຼີ. ສຳນັກຂ່າວສານ Yonhap ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານດັ່ງກ່າວໂດຍຊີ້ແຈ້ງວ່າ: “ອາເມລິກາ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ການໜູນຊ່ວຍມະນຸດສະທຳສຳຄັນ ດ້ວຍຄວາມຫວັງວ່າ ສປປ.ເກົາຫຼີ ຈະຮັບເອົາ”. ແຈ້ງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ ສປປ.ເກົາຫຼີ ຕຳໜິຕິຕຽນ ອາເມລິກາ ວ່າໄດ້ຮັກສາ ແລະ ຊອກຫາວິທີເພີ່ມຄຳສັ່ງລົງໂທດຕ້ານ ພຽງຢາງ.

        ກ່ອນໜ້ານັ້ນ, ວັນທີ 14 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken Blinken ຊີ້ແຈ້ງວ່າ: ວໍຊິງເຕັນ ແລະ ເຊີອຸນ ຍັງມີຄວາມວິຕົກກັງວົນກ່ຽວກັບເລື່ອງ ສປປ.ເກົາຫຼີ ອາດຈະດຳເນີນການທົດລອງນິວເຄຼຍ ຄັ້ງທີ 7. ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຍັງຢືນຢັນວ່າການເຈລະຈາຍັງແມ່ນການຄັດເລືອກ ແລະ “ວໍຊິງເຕັນ ຈະສືບຕໍ່ສຳຜັດກັບ ພຽງຢາງ ຜ່ານທາງການທູດ.”

ຕອບກັບ

ຂ່າວ/ບົດ​ອື່ນ