ອາເມລິກາ ສະເໜີເປັນຄົນກາງໄກ່ເກ່ຍຂໍ້ຕົກລົງຢຸດຍິງລະຫວ່າງອິດສຣານແອນ ແລະ ຮາມາດ

ອາເມລິກາ ສະເໜີເປັນຄົນກາງໄກ່ເກ່ຍຂໍ້ຕົກລົງຢຸດຍິງລະຫວ່າງອິດສຣານແອນ ແລະ ຮາມາດ - ảnh 1
(ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)

(vovworld) –  ວັນ​ທີ 10/07, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້ມີ​ການ​ໂອ້​ລົມ​ທາງ​ໂທລະ​ສັບກັບ​ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Bemjamin Netanyahu ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຄິດ​ຂອງ​ວໍ​ຊິງ​ຕັນ ​ເປັນ​ຄົນ​ກາງໄກ່​ເກ່ຍ​ໃຫ້​ຂໍ້​ຕົກລົງ​ຢຸດຕິຄວາມ​ເປັນ​ປໍ​ລະ​ປັກ​ລະຫວ່າງ ​ອິດສຣາ​ແອນ ​ແລະ ຂະ​ບວນການ​ອິດສລາມ ຮາ​ມາດ ຢູ່​ເຂດ​ກາຊາ. ​ໃນ​ການ​ໂອ້​ລົມ, ທ່ານ Obama ​ໄດ້​ຢ້ຳຄືນ​ການ​ກ່າວ​ປະນາມຢ່າງ​ແຮງ​ຂອງ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ການ​ກະທຳ​ຂອງ​ຮາ​ມາດ ​ແລະ ບັນດາ​ອົງ​ການກໍ່​ການ​ຮ້າຍອື່ນໆ​ທີ່ສືບ​ຕໍ່​ຍິງ​ລູກ​ຈະ​ຫຼວດ​ໃສ່ ອິດສຣາ​ແອນ, ພ້ອມ​ທັງຢືນຢັນ​ຄືນ​ໃໝ່​ກ່ຽວ​ກັບ​ສິດ​ປ້ອງ​ກັນ​ຕົວຂອງອິດສຣາ​ແອນ ​​ເພື່ອຕ້ານ​ຄືນ​ການ​ບຸກ​ໂຈມ​ຕີ​ເຫຼົ່າ​ນັ້ນ. ທ່ານ Obama ຍັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ປະ​ທະ​ກັນນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເນັ້ນ​ໜັກ​ວ່າ 2 ຝ່າຍ​ຕ້ອງ​ມານະ​ພະຍາຍາມ​ເພື່ອ​ຮັບປະກັນ​ຊີວິດ​​ໃຫ້ສາ​ມັນ​ຊົນ ກໍ່​ຄືຟື້ນ​ຟູ​​ສະຖຽນ​ລະ​ພາບ. ​ແຕ່​ທ່ານ Netanyahu ​ໄດ້​ປະ​ຕິ​ເສດ​​ສິ່ງ​ດັ່ງກ່າວ. ກົງກັນ​ຂ້າມ, ການ​ນຳ ອິດສຣາ​ແອນ ຖະ​ແຫຼ​ງວ່າ ຈະ​ດຳ​ເນີນ​ຫຼາຍ​ໄລຍະ​ຕື່ມ​ອີກ​ໃນ​ບັ້ນ​ຮົບ​ດ້ານ​ການ​ທະ​ຫານ​ປະຈຸ​ບັນ​ນີ້ ​ແລະ ອະທິ​ບາຍ​ວ່າ ວ່າ ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ຈະ​ຊ່ວຍ​ໃຫ້ ຮາ​ມາດ ຍາດ​ແຍ່ງ​ເວລາ​ເພື່ອ​ດຳ​ເນີນ​ການ​ປະ​ທະ​ກັນ​​ໃນຄັ້ງ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ