ອາເມລິກາ ສ້າງຕັ້ງ “ກຸ່ມດໍາເນີນງານກ່ຽວກັບອີຣານ” ເພື່ອແນໃສ່ເພີ່ມຄວາມກົດດັນກັບເຕເຮຣານ

(VOVWORLD) -ວັນທີ 16 ສິງຫາ, ກະຊວງການຕ່າງປະເທດອາເມລິກາ ຖະແຫຼງວ່າ ໄດ້ສ້າງຕັ້ງກຸ່ມເຈົ້າໜ້າທີ່ຂັ້ນສູງໃໝ່ ເຊິ່ງມີໜ້າທີ່ຮັບຜິດຊອບປະຕິບັດຍຸດທະສາດຂອງວໍຊິງຕັນ ເພີ່ມຄວາມກົດດັນທາງດ້ານການທູດ ແລະ ເສດຖະກິດສໍາລັບອີຣານ.

ອາເມລິກາ ສ້າງຕັ້ງ “ກຸ່ມດໍາເນີນງານກ່ຽວກັບອີຣານ” ເພື່ອແນໃສ່ເພີ່ມຄວາມກົດດັນກັບເຕເຮຣານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ:  AFP/TTXVN) 

ຕາມທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo, “ກຸ່ມດໍາເນີນງານກ່ຽວກັບອີຣານ” ຈະຊຸກຍູ້ຍຸດທະສາດຂອງວໍຊິງຕັນ ນັ້ນແມ່ນ “ກໍ່ຄວາມກົດດັນສູງສຸດ” ເພື່ອໃຫ້ ເຕເຮຣານ ປ່ຽນແປງການປະພຶດຂອງຕົນ. ໜ້າທີ່ຂອງກຸ່ມດັ່ງກ່າວ ແມ່ນ ຊີ້ນໍາ, ກວດກາຄືນ ແລະ ປະສານງານກັບ “ບັນດາແງ່ມູມການເຄື່ອນໄຫວທັງໝົດຂອງກະຊວງການຕ່າງປະເທດ ອາເມລິກາ ທີ່ກ່ຽວຂ້ອງເຖິງບັນຫາອີຣານ” ແລະ ຈະລາຍງານໂດຍກົງຕໍ່ທ່ານລັດຖະມົນຕີການຕ່າງປະເທດ ເປັນປະຈໍາ.

ຕອບກັບ

ຂ່າວ/ບົດ​ອື່ນ