ອາເມລິກາ, ສ.ເກົາຫຼີ ລົງນາມໃນແຜນການຮັບມືເມື່ອ ສປປ.ເກົາຫຼີ ທຳການເກາະຜິດ

ອາເມລິກາ, ສ.ເກົາຫຼີ ລົງນາມໃນແຜນການຮັບມືເມື່ອ ສປປ.ເກົາຫຼີ ທຳການເກາະຜິດ - ảnh 1
(ພາບປະກອບ)
(vovworld) -     ກອງທັບ 2 ປະ​ເທດ​ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ຖະ​ແຫຼ​ງວ່າ ຫາ​ກໍ​ລົງ​ນາມ​ໃນ​ແຜນການ​ເຄື່ອນ​ໄຫວ​ລວມ, ​ເພື່ອ​ໃຫ້ 2 ຝ່າຍ​ສົມທົບ​ກັນ​​ໂຕ້​ຕອບ “ຢ່າງ​ສຽບຂາດ ​ແລະ ທັນທີ” ສຳລັບ​ບັນດາ​ການ​​ເກາະ​ຜິດ​ຂອງ ສປປ.​ເກົາຫຼີ ​ໃນ​ອະນາຄົດ. ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ຕາມ​ແຜນການ​ໃໝ່​ແລ້ວ, ກອງທັບ​ສ.​ເກົາຫຼີ ຮັບຜິດຊອບ​ບົດບາດ​ເປັນ​ເຈົ້າ​ການ​ໃນ​ໄລຍະ​ຕົ້ນ​ເມື່ອ​ເກີດ​ເລື່ອງ​ໂດຍ​ບັງ​ເອີນ​ໃນ​ແຫຼມ​ເກົາຫຼີ. ຖ້າ​ຫາກ​ສະພາບ​ການ​ປິນຂັ້ນ​​ໄດ, ກອງທັບ​ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ທັງພາຍ​ໃນ​ກໍ​ຄື​ພາຍ​ນອກ​ຂອງສ.​ເກົາຫຼີ, ​ເຊິ່ງລວມທັງ​ກຳລັງ​ອາ​ເມ​ລິ​ກາ ທີ່​ພວມ​ຕັ້ງ​ທັບ​ຢູ່​ຍີ່ປຸ່ນ ​ແລະ ບັນດາ​ສະຖານ​ທີ່​ອື່ນໆ​ໃນ​ພາກ​ພື້ນ ​ໂດຍພາຍ​ໃຕ້ການ​ບັນ​ຊາການ​ຂອງກອງ​ບັນຊາ​ການ​ກຳລັງປາຊີ​ຝິກ ຂອງ​ອາ​ເມ​ລິ​ກາ.
ຂ່າວ/ບົດ​ອື່ນ