ອາເມລິກາ ຫ້າມບັນດາບໍລິສັດການບິນບັນຈຸຜູ້ໂດຍສານຊາວຈີນ ແຕ່ວັນທີ 16/06 ເປັນຕົ້ນໄປ

(VOVWORLD) - ວັນທີ 03 ມິຖຸນາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ປະກາດຫ້າມບໍ່ໃຫ້ບັນດາບໍລິສັດການບິນ ຈີນ ບິນໄປຍັງປະເທດ ອາເມລິກາ ນັບແຕ່ວັນທີ 16 ມິຖຸນາ ເປັນຕົ້ນໄປ.
ອາເມລິກາ ຫ້າມບັນດາບໍລິສັດການບິນບັນຈຸຜູ້ໂດຍສານຊາວຈີນ ແຕ່ວັນທີ 16/06 ເປັນຕົ້ນໄປ - ảnh 1 ອາເມລິກາ ຫ້າມບັນດາບໍລິສັດການບິນບັນຈຸຜູ້ໂດຍສານຊາວຈີນ ແຕ່ວັນທີ 16/06 ເປັນຕົ້ນໄປ (ພາບ: Getty)

        ກະຊວງຄົມມະນາຄົມ ອາເມລິກາ ໄດ້ປະກາດຂໍ້ຕົກລົງດັ່ງກ່າວໃນວັນທີ 03 ມິຖຸນາ ເພື່ອແນໃສ່ລົງໂທດ ຈີນ ທີ່ບໍ່ປະຕິບັດຕາມຂໍ້ຕົກລົງກ່ຽວກັບບັນດາຖ້ຽວບິນລະຫວ່າງ 2 ປະເທດ. ຂໍ້ຕົກລົງດັ່ງກ່າວ ແນໃສ່ກໍ່ກຳລັງກົດດັນບັງຄັບ ຈີນ ອະນຸຍາດໃຫ້ບັນດາບໍລິສັດການບິນຂອງ ອາເມລິກາ ໄດ້ເຊື່ອມຕໍ່ບັນດາການບໍລິການທາງການບິນລະຫວ່າງ 2 ປະເທດຄືນໃໝ່.

        ແລະກໍ່ໃນການຜັນແປອື່ນທີ່ກ່ຽວຂ້ອງໃນວັນດຽວກັນ, ອາເມລິກາ ຄາດວ່າ ຈະຖືອົງການສື່ມວນຊົນແຫ່ງລັດຂອງ ຈີນ ຢ່າງໜ້ອຍສຸດ 2 ອົງການ ແມ່ນອົງການທຸຕານຸທູດປະຈຳຕ່າງປະເທດ. ອາເມລິກາ ຄາດວ່າ ຈະປະກາດຂໍ້ຕົກລົງຂອງຕົນໃນວັນທີ 04 ມິຖຸນາ (ຕາມເວລາ ອາເມລິກາ).

ຕອບກັບ

ຂ່າວ/ບົດ​ອື່ນ