ອາເມລິກາ ອາດຈະຂາດ ງົບປະມານຖ້າຫາກ ບໍ່ເພີ່ມລະດັບກູ້ຢືມສູງສຸດ

ອາເມລິກາ ອາດຈະຂາດ  ງົບປະມານຖ້າຫາກ         ບໍ່ເພີ່ມລະດັບກູ້ຢືມສູງສຸດ - ảnh 1
ພາບປະກອບ: internet

(vovworld) - ​ໃນ​ຂະນະ​ທີ່ທຳນຽບຂາວ ​ແລະ ບັນດາ​ການ​ນຳ​ພັກສາ​ທາ​ລະນະ​ລັດ ຢູ່ ສະພາ​ແຫ່ງ​ຊາດ ຍັງ​ຄົງ​​ຈົນ​ຕະ​ແຈ​ໃນ​ບັນດາ​ນະ​ໂຍບາຍ​ດ້ານ​ອາກອນ ​ແລະ ການ​ເງິນ, ມີ​ອົງການ​ຫນຶ່ງ​ຂອງ ອາ​ເມ​ລິ​ກາ ​ໄດ້​ປະກາດ​ບົດ​ລາຍ​ງານ​ກ່າວ​ເຕືອນລັດ​ຖະບານສະຫະລັດ​ອາ​ເມ​ລິ​ກາ ມີ​ໄພຂາດ​ງົບປະມານ​ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ບໍ່​ອະນຸຍາດ​ຍົກ​ລະດັບ​ເພດານ​ກູ້​ຢືມ​ແຫ່ງ​ຊາດ. ຕາມ​ບົດ​ລາຍ​ງານ​ປະກາດ​ໃນ​ວັນ​ທີ 27/11, ຮອດ​ທ້າຍ​ອາທິດ​ກ່ອນ, ຍອດ​ບ້ວງ​ຫນີ້​ຂອງ ອາ​ເມ​ລິ​ກາ ​ແມ່ນ 16.268 ຕື້ USD ​ໃນ​ຂະນະ​ທີ່ລະດັບ​ຫນີ້​ສູງ​ສຸດ​​ເຊິ່ງ​ສະພາ​ແຫ່ງ​ຊາດ ອະນຸຍາດ​ແມ່ນ 16.394 ຕື້ USD. ຕາມ​ການ​ຄາດ​ຄະ​ເນຂອງ​ກະຊວງ​ການ​ເງິນ​ແລ້ວ, ລາຍ​ຈາ​່ຍຂອງ​ລັດຖະບານ​ສະຫະລັດ ອາດ​ຈະ​ບັນລຸ​ລະດັບ​ຫນີ້​ສິນ​ສູງ​ສຸດ​ໃນ​ທ້າຍ​ປີ 2012. ຖ້າ​ຫາກ​ສະພາ​ແຫ່ງ​ຊາດ ບໍ່​ຍົກ​ລະດັບ​ເພດານ​ຫນີ້ສິນ​​ໂດຍ​ໄວ ຫລື ບໍ່​ມີ​ມາດ​ຕະການ​ພິ​ເສດ ຮອດ​ຕົ້ນ​ປີ 2013, ລັດຖະບານ​ສະຫະລັດ ຈະ​ຕົກ​ເຂົ້າ​ສູ່​ສະພາບ​ຂາດ​ງົບປະມານ​ເພື່ອ​​ໃຊ້​ຈາ​່ຍ.

 

 

ຂ່າວ/ບົດ​ອື່ນ