ອາ​ເມ​ລິ​ກາ: ເກ​ີດ​ເຫດ​ລະ​ເບີດ​ບາດ​ໃຫຍ່​ເຮັດ​ໃຫ້​ນະ​ຄອນ Nashville ສັ່ນ​ສະ​ເທ​ືອນ​ໃນ​ວັນ​ບຸນ​ຄຼິ​ດ​ສະ​ມາດ

(VOVWORLD) - ເຫດລະເບີດແຕກໄດ້ເຮັດໃຫ້ສັ່ນສະເທືອນໄປທົ່ວນະຄອນ Nashville ຂອງ ປະເທດ ອາເມລິກາ ໃນຮຸ່ງເຊົ້າວັນບຸນ ຄຼິດສະມາດ (ວັນທີ 25 ທັນວາ) ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 3 ຄົນ. 
ອາ​ເມ​ລິ​ກາ: ເກ​ີດ​ເຫດ​ລະ​ເບີດ​ບາດ​ໃຫຍ່​ເຮັດ​ໃຫ້​ນະ​ຄອນ Nashville ສັ່ນ​ສະ​ເທ​ືອນ​ໃນ​ວັນ​ບຸນ​ຄຼິ​ດ​ສະ​ມາດ - ảnh 1ເຫດລະເບີດບາດໃຫຍ່ເຮັດໃຫ້ນະຄອນ Nashville ສັ່ນສະເທືອນໃນວັນບຸນຄຼິດສະມາດ  (ພາບ: VOV)

 ທ່ານ John Drake  ຫົວໜ້າຕຳຫຼວດ ໃຫ້ຮູ້ວ່າ ໃນເວລາ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ມີລົດໂອໂຕຄັນໜຶ່ງຈອດຢູ່ ໃຈກາງນະຄອນ Nashville, ລັດ Tennesssee ໄດ້ເປີດເທບບັນທຶກສຽງກ່າວເຕືອນກ່ຽວກັບເຫດເກີດລະເບີດ ກ່ອນທີ່ລະເບີດຈະແຕກ. ໂຄສົກຕຳຫຼວດນະຄອນດັ່ງກ່າວ ໃຫ້ຂໍ້ສັງເກດວ່າ, ເຫດລະເບີດດັ່ງກ່າວ ແມ່ນການກະທຳໂດຍເຈດຕະນາ ແລະ ຈະດຳເນີນການສືບສວນຄືດັ່ງການກະທຳກໍ່ການຮ້າຍ.


ຕອບກັບ

ຂ່າວ/ບົດ​ອື່ນ