ອາເມລິກາ ເຊື່ອມຕໍ່ການເຄື່ອນໄຫວສ່ວນໜຶ່ງຂອງສະຖານກົງສູນປະຈຳ ກຸຍບາ ພາຍຫຼັງຢຸດຕິມາເກືອບ 5 ປີ

(VOVWORLD) -ອົງການຜູ້ຕາງໜ້າຂອງ ອາເມລິກາ ປະຈຳ La Habana ແຈ້ງໃຫ້ຊາບວ່າ ຈະໃຫ້ບຸລິມະສິດແກ່ຜູ້ມອບເອກະສານນອນໃນ IR-5, ໝາຍຄວາມວ່າ ຜູ້ເປັນພໍ່ ຫຼື ແມ່ຂອງພົນລະເມືອງ ອາເມລິກາ.
ອາເມລິກາ ເຊື່ອມຕໍ່ການເຄື່ອນໄຫວສ່ວນໜຶ່ງຂອງສະຖານກົງສູນປະຈຳ ກຸຍບາ ພາຍຫຼັງຢຸດຕິມາເກືອບ 5 ປີ - ảnh 1 ສະຖານກົງສູນ ອາເມລິກາ ປະຈຳ ກຸຍບາ
(ພາບ: Reuters)

ວັນທີ 03 ພຶດສະພາ, ສະຖານທູດ ອາເມລິກາ ປະຈຳ ກຸຍບາ ເລີ່ມເຊື່ອມຕໍ່ການເຄື່ອຍໄຫວແກ້ໄຂວີຊາເຂົ້າເມືອງຈຳກັດ ພາຍຫຼັງຢຸດຕິການບໍລິການສະຖານກົງສູນມາເປັນເວລາເກືອບ 5 ປີ, ພາຍຫຼັງຄຳກ່າວຫາອັນທີ່ເອີ້ນວ່າ “ເຫດບຸກໂຈມຕີຄືນສຽງ” ແນໃສ່ນັກການທູດ ອາເມລິກາ ປະຈຳ ກຸຍບາ.

        ອົງການຜູ້ຕາງໜ້າຂອງ ອາເມລິກາ ປະຈຳ La Habana ແຈ້ງໃຫ້ຊາບວ່າ ຈະໃຫ້ບຸລິມະສິດແກ່ຜູ້ມອບເອກະສານນອນໃນ IR-5, ໝາຍຄວາມວ່າ ຜູ້ເປັນພໍ່ ຫຼື ແມ່ຂອງພົນລະເມືອງ ອາເມລິກາ. ນີ້ແມ່ນບາດກ້າວທຳອິດເພື່ອເປີດຊ່ອງທາງໃຫ້ວິວັດທະນາການເປີດກວ້າງການບໍລິການສະຖານກົງສູນຂອງສະຖານທູດ ອາເມລິກາ ປະຈຳ ກຸຍບາ.

        ໃນ 5 ປີຜ່ານມາ, ປະຊາຊົນ ກຸຍບາ ຢາກເຂົ້າເມືອງ ອາເມລິກາ ບັງຄັບຕ້ອງໄປປະເທດທີ 3, ສິ່ງດັ່ງກ່າວເຮັດໃຫ້ເພີ່ມລາຍຈ່າຍ ແລະ ເກີດຄວາມສ່ຽງ. ມີຫຼາຍຄົນເລືອກເອົາການອົບພະຍົບຢ່າງຜິດກົດໝາຍ ແລະ ປະເຊີນໜ້າກັບຄວາມສ່ຽງຕໍ່ຊີວິດອິນຊີ.

ຕອບກັບ

ຂ່າວ/ບົດ​ອື່ນ