ອາເມລິກາ ເພີ່ມທະວີການພົວພັນກັບບັນດາປະເທດເກາະ ປາຊີຟິກ

(VOVWORLD) - ກອງປະຊຸມແມ່ນໂອກາດເພື່ອສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືທີ່ເລິກກ້ວາງ ແລະ ຍາວນານຂອງ ອາເມລິກາ ຕໍ່ກັບບັນດາປະເທດເກາະ ປາຊີຟິກ ແລະ ພາກພື້ນ ປາຊີຟິກ ເວົ້າລວມ
ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເປັນປະທານກອງປະຊຸມກັບການນຳບັນດາປະເທດເກາະ ປາຊີຟິກ ຢູ່ນະຄອນຫຼວງ ວໍຊິງຕັນ ໃນທ້າຍເດືອນນີ້. ເຫດການດັ່ງກ່າວນີ້ໄດ້ດຳເນີນໃນສະພາບທີ່ ອາເມລິກາ ກຳລັງມານະພະຍາຍາມເພີ່ມທະວີການພົວພັນກັບພາກພື້ນ ເພື່ອແນໃສ່ແຂ່ງຂັນດ້ານການສົ່ງຜົນສະທ້ອນກັບຈີນ. ຂໍ້ມູນຈາກທຳນຽບຂາວໃຫ້ຮູ້ວ່າ: ກອງປະຊຸມລະຫວ່າງ ອາເມລິກາ ແລະ ບັນດາປະເທດເກາະ ປາຊີຟິກ ຄັ້ງທຳອິດຈະດຳເນີນໃນວັນທີ 28 – 29 ກັນຍາ. ກອງປະຊຸມແມ່ນໂອກາດເພື່ອສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືທີ່ເລິກກ້ວາງ ແລະ ຍາວນານຂອງ ອາເມລິກາ ຕໍ່ກັບບັນດາປະເທດເກາະ ປາຊີຟິກ ແລະ ພາກພື້ນ ປາຊີຟິກ ເວົ້າລວມ. ນອກຈາກນັ້ນ, ກອງປະຊຸມກໍ່ຈະເປັນການສ່ອງແສງເຖິງການພົວພັນຮ່ວມມື ພວມເປີດກ້ວາງ ລະຫວ່າງບັນດາຝ່າຍ ໃນບັນດາບັນຫາຫຼັກແຫຼ່ງສຳຄັນ ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໂລກລະບາດ, ການຟື້ນຟູເສດຖະກິດ, ຄວາມໝັ້ນຄົງໃນການເດີນເຮືອ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ມີຄວາມເສລີ ແລະ ເປີດກ້ວາງ.

ຕອບກັບ

ຂ່າວ/ບົດ​ອື່ນ