ອາເມລິກາ ແລະ ບັນດາປະເທດພາກພື້ນແມ່ນນ້ຳຂອງ ເພີ່ມທະວີການຮ່ວມມືປ່ຽນໃໝ່ເຕັກໂນໂລຊີ

 ອາເມລິກາ ແລະ ບັນດາປະເທດພາກພື້ນແມ່ນນ້ຳຂອງ ເພີ່ມທະວີການຮ່ວມມືປ່ຽນໃໝ່ເຕັກໂນໂລຊີ - ảnh 1
ກອງ​ປະຊຸມ TIGERS@Mekong
(ພາບ: tuoitrenews.vn)


(vovworld) - ວັນ​ທີ 29 ສິງຫາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຍຸດ​ທະ​ສາດ​ຂໍ້​ລິ​ເລີ່​ມປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ ​ແລະ ຈິດ​ໃຈ​ນັກທຸລະກິດ​ເລີ່​ມກໍ່ຮ່າງສ້າງຕົວຢູ່​ພາກພື້ນ​ແມ່​ນ້ຳຂອງ (TIGERS@Mekong). ທີ່​ກອງ​ປະຊຸມ​, ທ່ານ Amdrew O’Brien (ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ) ​ໃຫ້​ຮູ້​ວ່າ: TIGERS@Mekong ​ແມ່ນ​ການ​ເຄື່ອນ​ໄຫວ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ຂອງ​ອາ​ເມ​ລິ​ກາ ​ໃນ​ການ​ລະດົມ​ກຳລັງ​ໃຈ​ນັກ​ທຸລະ​ກິດ​ເລີ່​ມກໍ່ຮ່າງສ້າງຕົວ ​ແລະ ສ້າງ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງອາ​ເມ​ລິ​ກາ ​ແລະ ບັນດາ​ພາກ​ພື້ນ​ເສດຖະກິດ​ພາກ​ເອກະ​ຊົນ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ ​ ​ແນ​ໃສ່​ເພີ່ມ​ທະ​ວີກໍ່ຮ່າງສ້າງຕົວເລີ່​ມກໍ່ຮ່າງສ້າງຕົວ ​ແລະ ປ່ຽນ​ໃໝ່; ຊຸກຍູ້​ແລະການສ້າງ​ເງື່ອນ​ໄຂ​ສະດວກ​ແກ່​ການ​ເຊື່ອມ​ຕໍ່​ພາກ​ພື້ນ ​ແລະ ສົ່ງ​ເສີມ​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ​ປ່ຽນ​ໃໝ່​ຢູ່ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ. ຜູ້​ຊ່ວຍ​ວຽກ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ວັນ​ຖາວ ຖື​ວ່າ ຫວຽດນາມ​ ​​ເປັນ​ເພື່ອນ, ​​​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ​ເນື້ອ​ເຊື່ອ​ໃຈ, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ປະຊາ​ຄົມ​​ສາກົນ ສະ​ນັ້ນ ຈະ​ພ້ອມ​ກັບ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳຂອງ ​ເພີ່ມ​ທະວີ​ປະຕິບັດ​ຂໍ້​ລິ​ເລີ່​ມລຸ່ມ​ແມ່​ນ້ຳຂອງ, ກໍ່​ຄື​ການ​ເຄື່ອນ​ໄຫວ​ຕົວ​ຈິງຕ່າງໆ ​ເພື່ອ​ຫັນ​​ແຜນການ TIGERS@Mekong ໃຫ້ປະກົດຜົນເປັນ​ຈິງ ​ໃນ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ການ​ເຊື່ອມ​ຕໍ່​ກັບ​ບັນດາ​ປະ​ເທດ, ​ເພື່ອ​ຄວາມ​ວັດ​ທະນາຖາວອນ​ລວມຂອງ​ອານຸພາກ​ພື້ນ​ແມ່ນ​ນ້ຳຂອງ ​ແລະ ​ຂອງ​ທັງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ