ອາ​ເມ​ລິ​ກາ ແລະ ລັດ​ເຊຍ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ

(VOVWORLD) -  ອາເມລິກາ ແລະ ລັດເຊຍ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບສະຖຽນລະພາບຍຸດທະສາດ ພາຍຫຼັງການພົບປະສຸດຍອດ ຄັ້ງທຳອິດ ລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ເຊີແນວ ໃນວັນທີ 16 ມິຖຸນາ.
ອາ​ເມ​ລິ​ກາ ແລະ ລັດ​ເຊຍ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ - ảnh 1ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ຖະແຫຼງການຮ່ວມສະບັບດັ່ງກ່າວ ໄດ້ຊີ້ແຈ້ງວ່າ ນັບທັງໃນຈຸດເວລາທີ່ເຄັ່ງຕຶງທີ່ສຸດ, ອາເມລິກາ ແລະ ລັດເຊຍ ຍັງສາມາດບັນລຸໄດ້ຄວາມຄືບໜ້າໃນບັນດາເປົ້າໝາຍລວມ ເພື່ອແນໃສ່ຮັບປະກັນລັກສະນະທີ່ອາດຄາດຄະເນໃນຂົງເຂດຍຸດທະສາດ, ຫຼຸດຜ່ອນຄວາມສ່ຽງໃນການປະທະກັນປະກອບອາວຸດ ແລະ ໄພນາບຂູ່ສົງຄາມນິວເຄຼຍ. ຕາມຖະແຫຼງການຮ່ວມ ລະຫວ່າງປະທານາທິບໍດີ ສອງປະເທດແລ້ວ, ການຕໍ່ກຳນົດເວລາ ສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດສະບັບໃໝ່ ຫວ່າງມໍ່ໆມານີ້ ແມ່ນຕົວຢ່າງໜຶ່ງໃຫ້ແກ່ຄຳໝັ້ນສັນຍາຂອງສອງປະເທດ ສຳລັບການຄວບຄຸມອາວຸດນິວເຄຼຍ. ປະທານາທິບໍດີສອງປະເທດ ຢັ້ງຢືນຄືນກົດເກນທີ່ ຈະບໍ່ມີຜູ້ໃດໄດ້ຮັບໄຊນະນະໃນສົງຄາມນິວເຄຼຍ ແລະ ສິ່ງດັ່ງກ່າວ ຈະບໍ່ສາມາດເກີດຂຶ້ນໄດ້.  ອາເມລິກາ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັນໃນການໂອ້ລົມສົນທະນາກ່ຽວກັບສະຖຽນລະພາບຍຸດທະສາດ ໃນອະນາຄົດໃກ້ໆນີ້ ແລະ ຜ່ານນັ້ນ ກໍຊອກຫາວິທີສ້າງພື້ນຖານໃຫ້ແກ່ບັນດາມາດຕະການຫຼຸດຜ່ອນຄວາມສ່ຽງ ແລະ ຄວບຄຸມອາວຸດນິວເຄຼຍ ໃນອະນາຄົດ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ