ອາເມລິກາ ແລະ ສະຫະພາບ ເອີຣົບ ຊຸກຍູ້ການເຈລະຈານະໂຍບາຍການຕ່າງປະເທດ

(VOVWORLD) - ທ່ານ Joseph Borell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບ ເອີຣົບ (ອີຢູ) ປັດຈຸບັນພວມມີການຢ້ຽມຢາມ ອາເມລິກາ ແນໃສ່ຊອກຫາກາລະໂອກາດຊຸກຍູ້ການເຈລະຈາດ້ານນະໂຍບາຍການຕ່າງປະເທດລະຫວ່າງ 2 ຝ່າຍ.

        ນີ້ແມ່ນການຢ້ຽມຢາມ ອາເມລິກາ ຄັ້ງທຳອິດ ຂອງທ່ານ Borell ດ້ວຍຖານະເປັນຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ. ວັນທີ 07 ກຸມພາ, ທ່ານ Borell ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບແງ່ຫວັງສັນຕິພາບຢູ່ຕາເວັນອອກກາງ, ການພົວພັນດ້ານການຄ້າລະຫວ່າງ ອາເມລິກາ - ອີຢູ ແລະ ບັງຄັບຫ້ ອີຣານ ແລະ ລັດເຊຍ ຕ້ອງຮັບຜິດຊອບກ່ຽວກັບບັນດາການກະທຳທີ່ກໍ່ຄວາມຂາດສະຖຽນລະພາບຂອງຕົນ. ເນື້ອໃນການປຶກສາຫາລືກໍ່ລວມມີການສະໜັບສະໜູນຂໍ້ຕົກລົງຢຸດຍິງໄລຍະຍາວ ແລະ ກັບຄືນສູ່ວິວັດທະນາການດ້ານການເມືອງຢູ່ ລີບີ ແລະ ຊີຣີ, ການຮ່ວມມືລະຫວ່າງ ອາເມລິກາ - ອີຢູ ໃນບັນຫາ ຢູແກຼນ ແລະ ສະໜັບສະໜູນວິວັດທະນາການປະຊາທິປະໄຕຢູ່ ເວເນຊູເອລາ.

ຕອບກັບ

ຂ່າວ/ບົດ​ອື່ນ