ອາເມລິກາ ແລະ ອີຣານ ມານະພະຍາຍາມຊຸກຍູ້ການເຈລະຈານິວເຄຼຍ

ອາເມລິກາ ແລະ ອີຣານ ມານະພະຍາຍາມຊຸກຍູ້ການເຈລະຈານິວເຄຼຍ - ảnh 1
ທ່ານ​ລັດຖະມົນຕີ​ວ່າການການ​ຕ່າງປະ​ເທດ​ອາເມລິກາ John Kerry
(ພາບ: AFP/TTXVN)


(vovworld) – ອາ​ເມ​ລິ​ກາ ​ແລະ ອີຣານ ຈະ​ຊອກ​ຫາ​ວິທີ​ສ້າງ​​ພື້ນຖານ​ໃຫ້​ວິວັດ​ການ​ເຈລະຈາ​ທີ່​ສັບສົນກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ທີ່ກໍ່​ຄວາມ​ໂຕະ​ຖຽງກັນ​ຂອງ​ເຕ​ເຣຣານ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ໃຫຍ່​ຫຼວງ​ກວ່າ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວໃນ​ວັນ​ທີ 12/01 ຢູ່​ອີນ​ເດຍ, ທ່ານ​ລັດຖະມົນຕີ​ວ່າການການ​ຕ່າງປະ​ເທດ​ອາເມລິກາ John Kerry ​ໃຫ້​ຮູ້​ວ່າ, ​ໃນ​ການ​ພົບ​ປະ​ກັບ​ຄູ່​ຕໍ່າ​ແໜ່​ງອີຣານ Mohammad Javad Zarif, ​​ວັນ​ທີ 14/01 ​ຈະ​ມາ​ເຖິງ​ຢູ່​ເຊີ​ແນວ, ປະ​ເທດ​ຊະ​ວິດ, 2 ຝ່າຍ​ຈະ​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ຕົ້ນ​ຕໍ່​ລວມມີ​ການ​ຕີ​ລາຄາ​ສະພາບ​ການ ​ແລະ ວາງ​ອອກ​ທິດ​ທາງ​ໃຫ້​ຄະນະ​ເຈລະຈາ​ກ່ອ​ນທີ່ດຳ​ເນີນ​ຮອບ​ເຈລະຈາ​ຕໍ່​ໄປ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (ລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມໝັ້ນຄົງ ສປຊ ​ແລະ ​ເຢຍລະ​ມັນ).

        ​ໃນ​ຂະນະ​ນັ້ນ, ​​ວັນ​ທີ 12/01, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຕ​ເຣຣານ Zarif ຮຽກຮ້ອງ​ໃຫ້​ລັດ​ເຊຍ ມີ​ບົດບາດ​ຕັ້ງ​ໜ້າ​ກວ່າອີກ ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ເຈລະຈາ​ເພື່ອ​ກ້າວ​ໄປ​ເຖິງ​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ຂອງ​ເຕ​ເຣ​ຣານ. ສ່ວນທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປ​ະ​ເທດ​ລັດ​ເຊຍ Sergei Ryabkov, ຫົວໜ້າ​ຄະນະ​ເຈລະຈາ​ລັດ​ເຊຍ ​ໃນ​ການ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1, ພວມ​ຢູ່​ຢ້ຽມຢາມ​ອີຣານ ຖື​ວ່າ, ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ເຕ​ເຣຣານ ​ແລະ ມົດສກູ ອາດ​ປະກອບສ່ວນ​ແກ້​ໄຂ​ການ​ພົວພັນ​ດ້ານ​ນິວ​ເຄຼຍ ທີ່​ກ່ຽວຂ້ອງ​ເຖິງ​ອີຣານ ​ໂດຍໄວ.

ຂ່າວ/ບົດ​ອື່ນ